ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປຸກລະດົມທົ່ວປະເທດຮ່ວມແຮງຮ່ວມໃຈລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວໃຫ້ຄອບຄົວທຸກຍາກ

Chia sẻ
(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ປະທານສະພາແຂ່ງຂັນຍ້ອງຍໍຊົມເຊີຍສູນກາງ, ປຸກລະດົມຂະບວນການແຂ່ງຂັນຮ່ວມແຮງຮ່ວມໃຈ “ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວ” ໃນບໍລິເວນທົ່ວປະເທດແຕ່ນີ້ຮອດປີ 2025.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປຸກລະດົມທົ່ວປະເທດຮ່ວມແຮງຮ່ວມໃຈລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວໃຫ້ຄອບຄົວທຸກຍາກ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມອບຄ່າໃຊ້ຈ່າຍໜູນຊ່ວຍຈາກກອງທຶນເພື່ອຄົນທຸກຍາກສູນກາງໃຫ້ 5 ແຂວງເຂດໄຕບັກ
(ພາບ:VGP/Nhật Bắc)

ຕອນເຊົ້າວັນທີ 13 ເມສາ, ຢູ່ເມືອງ ດາບັກ, ແຂວງ ຮ່ວາບິ່ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ປະທານສະພາແຂ່ງຂັນຍ້ອງຍໍຊົມເຊີຍສູນກາງ, ປຸກລະດົມຂະບວນການແຂ່ງຂັນຮ່ວມແຮງຮ່ວມໃຈ “ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວ” ໃນບໍລິເວນທົ່ວປະເທດແຕ່ນີ້ຮອດປີ 2025.

      ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ບັນດາອົງການການເມືອງ - ສັງຄົມ, ອົງການວິຊາຊີບ, ອົງການຈັດຕັ້ງສາກົນ, ໝູ່ຄະນະ, ປະຊາຄົມວິສາຫະກິດ, ບັນດາອົງການ, ບຸກຄົນຢູ່ພາຍໃນ ແລະ ຕ່າງປະເທດ ຕອບສະໜອງຂະບວນການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວດ້ວຍຫຼາຍວິທີແຕກຕ່າງກັນໃນເງື່ອນໄຂສູງສຸດ. ສູ້ຊົນປະຕິບັດສຳເລັດໜ້າທີ່ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວໃນປີ 2025. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ເນັ້ນໜັກວ່າ:

      “ຂະບວນການແຂ່ງຂັນຮ່ວມແຮງຮ່ວມໃຈ “ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວ” ພວກເຮົາຈັດຂຶ້ນໃນມື້ນີ້ ດ້ວຍເປົ້າໝາຍແມ່ນຂົນຂວາຍການກໍ່ສ້າງ, ສ້ອມແປງເຮືອນຢູ່ 170.000 ຫຼັງໃຫ້ແກ່ຄອບຄົວທຸກຍາກໃນທົ່ວປະເທດແຕ່ນີ້ຮອດປີ 2025. ດ້ວຍຄວາມຕັດສິນໃຈຂອງພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ຄວາມມານະພະຍາຍາມໃຫຍ່, ການກະທຳຢ່າງເດັດຂາດຂອງປະຊາຄົມວິສາຫະກິດ, ປະຊາຊົນ, ຂ້າພະເຈົ້າເຊື່ອໝັ້ນວ່າ ຂະບວນການແຂ່ງຂັນຮ່ວມແຮງຮ່ວມໃຈ “ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວ” ໃນຂອບເຂດທົ່ວປະເທດດ້ວຍຄວາມໝາຍວັດທະນະທຳມະນຸດຢ່າງເລິກເຊິ່ງ, ສູງສົ່ງ ຈະໄດ້ຮັບການຕອບສະໜອງ, ສະໜັບສະໜູນຕັ້ງໜ້າຂອງບັນດາອົງການ, ບຸກຄົນ, ທົ່ວສັງຄົມ ແລະ ຂອງທົ່ວປວງຊົນ”.

      ພາຍຫຼັງພິທີປຸກລະດົມ, ຄະນະຈັດຕັ້ງປະກາດໄດ້ຮັບເງິນອຸປະຖຳ 376 ຕື້ດົ່ງ (ກ່ວາ 15 ລ້ານໂດລາສະຫະລັດ).

ຕອບກັບ