ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ລົງເຮັດວຽກຢູ່ແຂວງ ລາວກາຍ

Chia sẻ
(VOVWORLD) -ຕອນບ່າຍວັນທີ 24 ມິຖຸນາ, ຢູ່ ນະຄອນ ລາວກາຍ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອກທິ້ງ ພ້ອມກັບຄະນະປະຕິບັດງານ ສູນກາງພັກ ໄດ້ມີການເຮັດວຽກກັບການນຳແຂວງລາວກາຍ.
ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ລົງເຮັດວຽກຢູ່ແຂວງ ລາວກາຍ - ảnh 1 ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ທີ່ການເຮັດວຽກຢູ່ແຂວງ ລາວກາຍ (ພາບ: TTXVN)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ໄດ້ສະເໜີໃຫ້ ທາງແຂວງລາວກາຍ ສຸມໃສ່ຍູ້ແຮງການປະຕິບັດບັນດາເປົ້າໝາຍໄລຍະ 5 ປີ ຂອງກອງປະຊຸມໃຫຍ່ອົງຄະນະພັກແຂວງທີ່ໄດ້ວາງອອກໃຫ້ສຳເລັດຜົນ. ພິເສດແມ່ນຕ້ອງມານະພະຍາຍາມ ກ່ວາເກົ່າໃນການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າ, ເອົາໃຈໃສ່ເປັນພິເສດເຖິງບັນດາຂະບວນການແຂ່ງຂັນໃນວິສາຫະກິດ, ຂະບວນການພະນັກງານລັດຖະກອນປະຕິບັດ ວັດທະນະທຳໃນສຳນັກງານຫ້ອງການ, ກະກຽມເນື້ອໃນໃຫ້ແກ່ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນໃຫ້ເປັນຢ່າງດີຕາມຄຳສັ່ງເລກທີ 35 ຂອງ ສູນກາງ.

        ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ໄດ້ມອບຂອງຂວັນ 250 ພູດໃຫ້ແກ່ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ, ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທີ່ປະສົບກັບຄວາມທຸກຍາກ ຢູ່ແຂວງ ລາວກາຍ.


ຕອບກັບ