ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເຮັດ​ວຽກ​ກັບ​ຄະ​ນະ​ຊີ້​ນຳ​ວຽກ​ງານ​ເລືອກ​ຕັ້ງ​ແຂວງ​ກຽນ​ຢາງ

Chia sẻ
(VOVWORLD) -ທ່ານນາງ ຫງວຽນທິກີມເງິນ ຕີລາຄາວ່າ, ຂອບຂະໜາດເສດຖະກິດຂອງຮ່າຕຽນ ບັນລຸໄດ້ໃນປະຈຸບັນ ແມ່ນຍັງນ້ອຍກ່ວາຄວາມສາມາດບົ່ມຊ້ອນ
 
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເຮັດ​ວຽກ​ກັບ​ຄະ​ນະ​ຊີ້​ນຳ​ວຽກ​ງານ​ເລືອກ​ຕັ້ງ​ແຂວງ​ກຽນ​ຢາງ - ảnh 1(ພາບ:TTXVN)

    ຕອນເຊົ້າວັນທີ 19 ມີນາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ແລະ ຄະນະປະຕິບັດງານໄດ້ເຮັດວຽກກັບຄະນະຊີ້ນຳວຽກງານເລືອກຕັ້ງນະຄອນຮ່າຕຽນ, ແຂວງກຽນຢາງ. ທ່ານນາງປະທານສະພາແຫ່ງຊາດ ໄດ້ສະແດງຄວາມປະທັບໃຈ ກ່ຽວກັບໂສມໜ້າຂອງນະຄອນຮ່າຕຽນ ແລະ ເນັ້ນໜັກວ່າ: ນະຄອນຕ້ອງເອົາໃຈໃສ່ ຕໍ່ການປົກປັກຮັກສາທິວທັດທຳມະຊາດຂອງນະຄອນທະເລ. ທ່ານນາງຕີລາຄາວ່າ, ຂອບຂະໜາດເສດຖະກິດຂອງຮ່າຕຽນ ບັນລຸໄດ້ໃນປະຈຸບັນ ແມ່ນຍັງນ້ອຍກ່ວາຄວາມສາມາດບົ່ມຊ້ອນ ແລະ ຖືວ່າ: ຮ່າຕຽນ ຄວນຖືເປັນສຳຄັນການວາງແຜນກຳນົດການທ່ອງທ່ຽວ ເພື່ອສາມາດພັດມະນາຈາກຄວາມສາມາດບົ່ມຊ້ອນນີ້.

  ກ່ຽວກັບວຽກງານການເລືອກຕັ້ງ, ທ່ານນາງປະທານສະພາແຫ່ງຊາດ ຕີລາຄາວ່າ ຮ່າຕຽນ ພວມປະຕິບັດເປັນຢ່າງດີທີ່ສຸດ, ພ້ອມທັງຖືວ່າ: ໂດຍແມ່ນເຂດຊາຍແດນ, ຮ່າຕຽນ ຕ້ອງມີວິທີການສຳຮອງ ເມື່ອສະພາບໂລກລະບາດເກີດຂຶ້ນ ເພື່ອຮັບປະກັນວຽກງານການເລືອກຕັ້ງ.

 ກ່ອນໜ້ານັ້ນ, ທ່ານນາງປະທານສະພາແຫ່ງຊາດ ແລະ ຄະນະປະຕິບັດງານ ໄດ້ໄປກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ 19. ຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ ດ່ານສາກົນຮ່າຕຽນ ຊື່ງພວມປະຕິບັດໜ້າທີ່ຢູ່ສະຖານທີ່ປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ເຂດຊາຍແດນ.

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

ຕອບກັບ