ທ່ານ​ນາງ Von der Leyen ອອກ​ສະ​ໝັກ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ EC ຄັ້ງ​ທີ 2

Chia sẻ
(VOVWORLD) - ມາຮອດປັດຈຸບັນ, ໃນອາຍຸການຂອງທ່ານນາງ ມີສອງບັນຫາໃຫຍ່ນັ້ນແມ່ນ ວິກິດການໂຄວິດ - 19 ແລະ ການປະທະກັນຢູ່ ຢູແກຼນ.
ທ່ານ​ນາງ Von der Leyen ອອກ​ສະ​ໝັກ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ EC ຄັ້ງ​ທີ 2 - ảnh 1ທ່ານນາງrsula von der Leyen ປະທານຄະນະກຳມະການເອີລົບ (ພາບ: AP)

ວັນທີ 19 ກຸມພາ, ຢູ່ກອງປະຊຸມຄະນະບໍລິຫານງານສະຫະລັດ ພັກ ປະຊາທິປະໄຕສາສະໜາກິດສະຕັງ, ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີລົບ (EC) ສະມາຊິກຂອງ CDU ໄດ້ປະກາດວ່າ ຈະອອກສະໝັກຮັບເລືອກດຳລົງຕັ້ງຕຳແໜ່ງປະທານ EC ຄັ້ງທີ 2. ທ່ານນາງ Ursula von der Leyen ມີອາຍຸ 65 ປີ, ໄດ້ຮັບດຳລົງຕຳແໜ່ງປະທານ EC ແຕ່ເດືອນທັນວາ ປີ 2019. ມາຮອດປັດຈຸບັນ, ໃນອາຍຸການຂອງທ່ານນາງ ມີສອງບັນຫາໃຫຍ່ນັ້ນແມ່ນ ວິກິດການໂຄວິດ - 19 ແລະ ການປະທະກັນຢູ່ ຢູແກຼນ. ໃນໄລຍະເກີດພະຍາດໂຄວິດ - 19, EC ໄດ້ຈັດຕັ້ງການສັ່ງຊື້ວັກວິດໂຄວິດ - 19 ແລະ ສ້າງໂຄງປະກອບທີ່ຍິ່ງໃຫຍ່ ໃຫ້ແກ່ພື້ນຖານເສດຖະກິດ ເອີລົບ. ກ່ຽວຂ້ອງເຖິງການປະທະກັນຢູ່ ຢູແກຼນ, EC ໄດ້ມີຄວາມຮັບຜິດຊອບທີ່ໃຫຍ່ທີ່ສຸດໃນການຈັດຕັ້ງການໜູນຊ່ວຍໃຫ້ແກ່ ຢູແກຼນ.

ຕຳແໜ່ງປະທານ EC ຕ້ອງໄດ້ຮັບການແຕ່ງຕັ້ງພາຍຫຼັງການເລືອກຕັ້ງລັດຖະສະພາເອີລົບ (EP) ໃນເດືອນມິຖຸນາຈະມາເຖິງ. ຕາມຂໍ້ກຳນົດແລ້ວ, ຜູ້ສະໝັກເລືອກຕັ້ງຂຶ້ນກັບພັກທີ່ມີໝາກຜົນການເລືອກຕັ້ງດີທີ່ສຸດຈະໄດ້ຮັບການແຕ່ງຕັ້ງເຂົ້າຕຳແໜ່ງນີ້. ຕາມການສຳຫຼວດຕ່າງໆ ໃນປັດຈຸບັນ, ກຸ່ມພັກປະຊາຊົນ ເອີລົບ (EPP) ພວມນຳໜ້າ. ດັ່ງນັ້ນ, ທ່ານນາງ Ursula von der Leyen ອາດຈະສືບຕໍ່ດຳລົງຕຳແໜ່ງປະທານ EC ອີກອາຍຸການໜຶ່ງ.

ຕອບກັບ