ທະເລໝູ່ເກາະຫວຽດນາມ: ໄຂງານວາງສະແດງກ່ຽວກັບທະເລໝູ່ເກາະ, ນັກຮົບກອງທັບເຮືອ

Chia sẻ
(VOVWORLD) -ວັນທີ 18 ກໍລະກົດ, ຢູ່ຫໍພິພິທະພັນແຂວງລາວກາຍ, ກົມການເມືອງ ເຫຼົ່າທັບເຮືອ ໄດ້ສົມທົບກັບພະແນກວັດທະນະທໍາ - ກິລາ ແລະ ທ່ອງທ່ຽວ ແຂວງລາວກາຍ ຂອງຫວຽດນາມ ຈັດຕັ້ງງານວາງສະແດງ ດ້ວຍຫົວຂໍ້ວ່າ “ທະເລໝູ່ເກາະ ແລະ ນັກຮົບກອງທັບເຮືອ - ລາວກາຍ ຮ່ວມແຮງຮ່ວມໃຈ ສ້າງສາ ແລະ ປົກປັກຮັກສາອໍານາດອະທິປະໄຕຊາຍແດນ - ທະເລໝູ່ເກາະຂອງປະເທດຊາດ”.

ທະເລໝູ່ເກາະຫວຽດນາມ: ໄຂງານວາງສະແດງກ່ຽວກັບທະເລໝູ່ເກາະ, ນັກຮົບກອງທັບເຮືອ - ảnh 1ຄະນະຜູ້ແທນທ່ຽວຊົມງານວາງສະແດງ 

(ພາບ: TTXVN)

ນີ້ແມ່ນການເຄື່ອນໄຫວ ທີ່ມີຄວາມໝາຍໃນ ບັນດາເຫດການພົວພັນແລກປ່ຽນ, ລົງນາມສົມທົບກັນໂຄສະນາເຜີຍແຜ່ກ່ຽວກັບທະເລ, ໝູ່ເກາະ ລະຫວ່າງຄະນະພັກເຫຼົ່າທັບເຮືອ ກັບຄະນະພັກແຂວງລາວກາຍ.

        ທີ່ງານວາງສະແດງ ໄດ້ວາງສະແດງຮູບຖ່າຍ 300 ແຜ່ນ, ແຜນວາດ ແລະ ແຜນທີ່ 16ແຜ່ນ, ວັດຖຸພັນທີ່ເປັນພາບໂຄສະນາ 100 ແຜ່ນ ... ຜ່ານນັ້ນ, ປະກອບສ່ວນຖະແຫຼງຂ່າວ, ໂຄສະນາເຜີຍແຜ່ໃຫ້ປະຊາຊົນທຸກຊັ້ນວັນນະໃນບໍລິເວນແຂວງ ກ່ຽວກັບທີ່ຕັ້ງ, ບົດບາດ, ຄວາມສໍາຄັນຂອງທະເລ, ໝູ່ເກາະໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ພ້ອມທັງ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບພາລະໜ້າທີ່, ວິລະກໍາຂອງກອງທັບເຮືອປະຊາຊົນຫວຽດນາມ.

        ງານວາງສະແດງຈະໄດ້ດໍາເນີນຮອດທ້າຍເດືອນສິງຫາ ຈຶ່ງອັດລົງ.

ຕອບກັບ