ທະຫານເຮືອຫວຽດນາມ ແລະ ບຣູໄນ ສ້າງຕັ້ງ ສາຍໂທລະສັບດ່ວນ

Chia sẻ
 (vovworld) – ​ແຕ່​ວັນ​ທີ 1 – 6/12, ພົນ​ເຮືອ​ເອກ ຫງວຽນ​ວັນ​ຫ໋ຽນ, ກຳມະການ​ສູນ​ກາງ​ພັກ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຜູ້​ບັນຊາ​ການ​ທະຫານ​ເຮືອ ປະຊາຊົນ ຫວຽດນາມ ​ຢ້ຽມຢາມ ບຣູ​ໄນ ຢ່າງ​ເປັນ​ທາງ​ການ
ທະຫານເຮືອຫວຽດນາມ ແລະ ບຣູໄນ ສ້າງຕັ້ງ ສາຍໂທລະສັບດ່ວນ - ảnh 1
ພິທີເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ (MOU) ຮ່ວມ​ມື 2 ຝ່າຍ
(ພາບ: ທູດການທະຫານ ຫວຽດນາມ ປະຈຳ ບຣູໄນ )


(vovworld) – ​ແຕ່​ວັນ​ທີ 1 – 6/12, ພົນ​ເຮືອ​ເອກ ຫງວຽນ​ວັນ​ຫ໋ຽນ, ກຳມະການ​ສູນ​ກາງ​ພັກ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຜູ້​ບັນຊາ​ການ​ທະຫານ​ເຮືອ ປະຊາຊົນ ຫວຽດນາມ ​ຢ້ຽມຢາມ ບຣູ​ໄນ ຢ່າງ​ເປັນ​ທາງ​ການ ​ແລະ ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສາກົນ​ກ່ຽວ​ກັບ​ການ​ປ້ອງ​ກັນ​ປະ​ເທດ Bridex ຄັ້ງ​ທີ 4 ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ພົນ​ເຮືອ​ໂທ Dato Paduka Hj Abd Halim bin Hj Mohd Hanifah, ຜູ້​ບັນຊາ​ການ​ທະຫານ​ເຮືອ​ລາຊະອານາ​ຈັກ ບຣູ​ໄນ.

    ​ໃນ​ການ​ເຈລະຈາ​ເມື່ອ​ວັນ​ທີ 5/12, ຜູ້​ບັນຊາ​ການ​ທະຫານ​ເຮືອ ຫວຽດນາມ ​ແລະ ບຣູ​ໄນ ພ້ອມ​ກັນ​ແຈ້ງ​​ໃຫ້​ກັນຊາ​ບກ່ຽວ​ກັບ​ສະພາບ​ການ​ພົວພັນ 2 ຝ່າຍ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານປ້ອງ​ກັນຊາ​ດ ​ແລະ ການ​ທະຫານ, ປຶກສາ​ຫາລື​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນລະຫວ່າງ​ທະຫານ​ເຮືອ ປະຊາຊົນ ຫວຽດນາມ ກັບ​ທະຫານ​ເຮືອ​ລາຊະອານາ​ຈັກ ບຣູ​ໄນ. 2 ຝ່າຍ​ໄດ້​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ (MOU) ຮ່ວມ​ມື 2 ຝ່າຍ, ​ໃນ​ນັ້ນ​ມີ​ການ​ສ້າງ​ຕັ້ງ​ສາຍ​ໂທລະສັບ​ດ່ວນ​ທະ​ຫານ​​ເຮືອ ຫວຽດນາມ - ບຣູ​ໄນ.