ທະນາຍຄວາມຫວຽດນາມປະກອບບົດບາດສຳຄັນໃນວິວັດການເຊື່ອມໂຍງຂອງປະເທດຊາດ

Chia sẻ
(vovworld)-ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນຢູງ ​ໄດ້​ຢືນຢັນ​ວ່າ: ​ໃນ​ວິວັດ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​
ທະນາຍຄວາມຫວຽດນາມປະກອບບົດບາດສຳຄັນໃນວິວັດການເຊື່ອມໂຍງຂອງປະເທດຊາດ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນຢູງກ່າວ​ຄຳ​ເຫັນ​ທີ່​ພິທີ
ພາບ:vov

(vovworld)- ມາ​​ເຂົ້າ​ຮ່ວມ​ແລະ ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫລີ​ມສະຫລອງ 68 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ທະນາຍຄວາມ​ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນຢູງ ​ໄດ້​ຢືນຢັນ​ວ່າ: ​ໃນ​ວິວັດ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ປະຕິ​ຮູບ​ຕຸລາການ, ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມ, ຮຽກຮ້ອງ​ວົງ​ການ​ທະນາຍຄວາມ​ຕ້ອງ​ເສີມ​ຂະຫຍາຍ​ມູນ​ເຊື້ອ, ຄຸນ​ນະ​ທາດ ​ແລະ ຄວາມ​ຮັບຜິດຊອບຂອງ​ຕົນ ​ເພື່ອ​ສືບ​ຕໍ່​ປະກອບສ່ວນ​ໃຫ້​ຫລາຍ​ກວ່າ,​ສືບ​ຕໍ່​ຢືນຢັນ​ບົດບາດ, ທີ່​ຕັ້ງ​ຂອງ​ຕົນ​ໃນ​ພາລະກິດ​ລວມຂອງ​ປະ​ເທດ​ຊາດ.

        “ຫນ້າ​ທີ່​ຂອງ​ທະນາ​ຍຄວາມ​ແມ່ນ​ຜ່ານ​ການ​ເຄື່ອນ​ໄຫວ​ວິຊາ​ຊີບ​ຂອງ​ຕົນ, ປະກອບສ່ວນສຳຄັນ​ເພື່ອ​ຍົກ​ສູງອຳນາດ​ນິຕິບັນຍັດ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ລັດ, ​ເຮັດ​ໃຫ້​ອຳນາດ​ນິຕິບັນຍັດ​ກາຍ​ເປັນ​ປັດ​ໄຈ​ຊີ້​ຂາດ​ທຸກ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ອົງການຈັດ​ຕັ້ງ, ສ່ວນ​ບຸກຄົນ​​ໃນ​ຂົງ​ເຂດ​ເສດຖະກິດ, ສັງຄົມ.”