ທະນາຄາ​ນ​ໂລກ ຍາມ​ໃດ​ກໍຄຽງບ່າ​ຄຽງ​ໄຫຼ່ກັບ ຫວຽດນາມ

Chia sẻ
(VOVWORLD) -ຕອນບ່າຍວັນທີ 22 ມິຖຸນາ, ຢູ່່ຮ່າໂນ້ຍ,ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Ousmane Dione ຜູ້ອໍານວຍການທະນາຄານໂລກ (WB)ປະຈໍາ ຫວຽດນາມເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ຫວຽດນາມ. 
ທະນາຄາ​ນ​ໂລກ ຍາມ​ໃດ​ກໍຄຽງບ່າ​ຄຽງ​ໄຫຼ່ກັບ ຫວຽດນາມ - ảnh 1 (ພາບປະກອບ: congthuong.vn)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ ທ່ານ Ousmane Dione - ເຊິ່ງເປັນເພື່ອນຜູ້ສະໜິດສະໜົມກັບຫວຽດນາມ ແລະ ມີການປະກອບສ່ວນຫຼາຍຢ່າງທີ່ໜ້າປະທັບໃຈໃຫ້ແກ່ການພົວພັນລະຫວ່າງ ທະນາຄານໂລກ ແລະ ຫວຽດນາມ; ພ້ອມທັງສະເໜີວ່າ ໃນຖານະເປັນຜູ້ອໍານວຍການແຫ່ງຊາດ WB ໃຫ້ 4 ປະເທດ ອາຟະລິກາ ໃນໄລຍະຈະມາເຖິງ, ທ່ານ Ousmane Dione ຈະເປັນຂົວຕໍ່ເປີດກວ້າງການສົ່ງອອກສິນຄ້າຂອງຫວຽດນາມ ໄປຍັງຕະຫຼາດ ອາຟະລິກາ.

ສ່ວນທ່ານ Ousmane Dione ເນັ້ນໜັກວ່າ ໃນອາຍຸການ 4 ປີ ຢູ່ຫວຽດນາມ ແມ່ນໄລຍະເວລາທີ່ໜ້າຈົດຈໍາທີ່ສຸດສໍາລັບທ່ານ. ທ່ານໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງຫວຽດນາມ ຮັບມືກັບໂລກລະບາດໂຄວິດ - 19 ໄດ້ຢ່າງສໍາເລັດຜົນ ແລະ ກາຍເປັນແບບຢ່າງໃນໂລກ. ທ່ານກໍຖືວ່າ, ປັດຈຸບັນ,ເລື່ອງຍາດແຍ່ງກາລະໂອກາດຟື້ນຟູເສດຖະກິດພາຍຫຼັງໂລກລະບາດ - 19 ແມ່ນຈຸດເວລາເໝາະສົມ ສໍາລັບຫວຽດນາມ. ທ່ານ Ousmane Dione ຢັ້ງຢືນວ່າ ທະນາຄານໂລກ ແລະ ຜູ້ອໍານວຍການຄົນຕໍ່ໄປ ຍາມໃດກໍຈະຄຽງບ່າຄຽງໄຫຼ່ກັບ ຫວຽດນາມ ໃນຂະບວນວິວັດແຫ່ງການພັດທະນາ.

ແລະກໍໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Eric Sidgwick ຜູ້ອໍານວຍການແຫ່ງຊາດທະນາຄານພັດທະນາອາຊີ ປະຈໍາຫວຽດນາມ(ADB).

ຕອບກັບ