ທະນາຄານ HSBC ຍົກສູງການຄາດຄະເນການເຕີບໂຕ GDP ຫວຽດນາມ ຂຶ້ນເປັນ 6,5%

Chia sẻ
(VOVWORLD) - ການເຕີບໂຕ GDP ໃນໄຕມາດທີ 2 ປີ 2024 ຂອງ ຫວຽດນາມ ໄດ້ເພີ່ມຂຶ້ນ 6,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ເກືອບຄືວ່າແມ່ນລະດັບສູງສຸດໃນໄລຍະ 2 ປີມໍ່ໆມານີ້
ທະນາຄານ HSBC ຍົກສູງການຄາດຄະເນການເຕີບໂຕ GDP ຫວຽດນາມ ຂຶ້ນເປັນ 6,5% - ảnh 1(ພາບປະກອບ: TTXVN)

        ດ້ວຍໝາກຜົນດີກວ່າຄວາມຄາດຫວັງໃນ 6 ເດືອນຕົ້ນປີ 2024, ທະນາຄານ HSBC ໄດ້ຍົກການຄາດຄະເນການເຕີບໂຕຍອດຜະລິດຕະພັນພາຍໃນ (GDP) ຂອງ ຫວຽດນາມ ປີ 2024 ຂຶ້ນເປັນ 6,5%, ແທນໃຫ້ 6% ກ່ອນໜ້ານັ້ນ. ນີ້ແມ່ນຂໍ້ມູນທີ່ໜ້າສົນໃຈໃນບົດລາຍງານ “Vietnam at a glance”, ໂດຍພາກສ່ວນຄົ້ນຄວ້າທົ່ວໂລກຂອງທະນາຄານ HSBC ປະກາດໃນວັນທີ 24 ກໍລະກົດ.

        ຕາມທ່ານນາງ Yun Liu, ນັກຊ່ຽວຊານດ້ານເສດຖະກິດຮັບຜິດຊອບຕະຫຼາດ ອາຊຽນ, ພາກສ່ວນຄົ້ນຄວ້າທົ່ວໂລກ HSBC ແລ້ວ, ການເຕີບໂຕ GDP ໃນໄຕມາດທີ 2 ປີ 2024 ຂອງ ຫວຽດນາມ ໄດ້ເພີ່ມຂຶ້ນ 6,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ເກືອບຄືວ່າແມ່ນລະດັບສູງສຸດໃນໄລຍະ 2 ປີມໍ່ໆມານີ້, ລື່ນກາຍລະດັບຄວາມຫວັງຂອງ HSBC ກໍຄືຂອງຕະຫຼາດແມ່ນ 6%. ບວກກັບການດັດປັບທີ່ຄ່ອຍເພີ່ມຂຶ້ນກ່ຽວກັບການເຕີບໂຕຂອງໄຕມາດທີ 1, ໝາກຜົນດັ່ງກ່າວໄດ້ນຳການເຕີບໂຕຂອງ 6 ເດືອນຕົ້ນປີຂຶ້ນເປັນ 6,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

        ຕາມການໄຈ້ແຍກຂອງ HSBC ແລ້ວ, ຂົງເຂດສ້າງຄວາມແປກໃຈຂອງເສດຖະກິດ ຫວຽດນາມ ໃນ 6 ເດືອນຕົນປີ 2024 ແມ່ນການຜະລິດ, ໃນຂະນະທີ່ລະດັບເຕີບໂຕເພີ່ມຂຶ້ນ 10% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໝາກຜົນດັ່ງກ່າວໄດ້ສະແດງອອກຜ່ານການເຕີບໂຕໃນການສົ່ງອອກຢ່າງແຮງຂອງໄຕມາດທີ 2, ບັນລຸ 15% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ດັດຊະນີນັກຄຸ້ມຄອງການຊື້ສິນຄ້າ (PMI) ໃນ 6 ເດືອນເພີ່ມຂຶ້ນສູງເປັນ 54,7 ຄະແນນ, ລະດັບສູງສຸດໃນຮອບເວລາ 2 ປີຜ່ານມາ. ນອກນັ້ນ, ບັນດາການບໍລິການທີ່ກ່ຽວຂ້ອງເຖິງການທ່ອງທ່ຽວກໍ່ສືບຕໍ່ຮັກສາທ່າຕັ້ງໜ້າ. ພຽງໃນ 6 ເດືອນຕົ້ນປີ 2024, ຫວຽດນາມ ດຶງດູດແຂກທ່ອງທ່ຽວກວ່າ 8,8 ລ້ານເທື່ອຄົນ, ລື່ນກາຍລະດັບຂອງປີ 2019.

        ດ້ວຍເລື່ອງຍົກລະດັບການຄາດຄະເນ GDP ຂອງ ຫວຽດນາມ ປີ 2024 ຂຶ້ນເປັນ 6,5% (ກ່ອນນັ້ນແມ່ນ 6%), HSBC ໃຫ້ຂໍ້ສັງເກດວ່າ, ຫວຽດນາມ ອາດຈະກາຍເປັນພື້ນຖານເສດຖະກິດເຕີບໂຕໄວທີ່ສຸດໃນ ອາຊຽນ ໃນປີ 2024, ກ່ອນໜ້ານັ້ນແມ່ນ ມາເລເຊຍ (2022) ແລະ ຟີລິບປິນ (2023).

ຕອບກັບ