ທ້ອງຖິ່ນຕ່າງໆສືບຕໍ່ເພີ່ມທະວີການປ້ອງກັນ, ຕ້ານເຊື້ອພະຍາດ nCoV

Chia sẻ
(VOVWORLD) -ໄລ່ຮອດວັນທີ 09 ກຸມພາ, ຫວຽດນາມ ມີ 14 ຄົນຕິດເຊື້ອພະຍາດປອດອັກເສບທີ່ເກີດຈາກໄວຣັດ ໂຄໂຣນາ ສາຍພັນໃໝ່ (nCoV), ສະເພາະຢູ່ແຂວງ ວິ້ງຟູ໊ກ ມີ 9 ກໍລະນີ. ບັນດາທ້ອງຖິ່ນ, ກະຊວງ, ຂະແໜງການພວມຕັ້ງໜ້າປ້ອງກັນ, ຕ້ານເຊື້ອພະຍາດ.

ຕອນບ່າຍວັນທີ 09 ກຸມພາ, ເມື່ອລົງກວດກາສະພາບຕົວຈິງຢູ່ໂຮງຮຽນວັດທະນະທຳສິລະປະແຂວງວິ້ງຟູ໊ກ, ທ່ານຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ວິ້ງຟູກ ເລຢຸຍແທັ່ງ ໄດ້ເຫັນດີກັບແບບແຜນກໍ່ສ້າງໂຮງໝໍກາງສະໜາມຂອງພະແນກສາທາລະນະສຸກ.

          ຕອນເຊົ້າວັນທີ 10 ກຸມພາ, ນະຄອນໂຮ່ຈີມິນ ກໍ່ໄດ້ເປີດນຳໃຊ້ໂຮງໝໍກາງສະໜາມປ້ອງກັນ, ຕ້ານເຊື້ອພະຍາດ nCoV. ໂຮງໝໍນີ້ໄດ້ສ້າງຕັ້ງຢູ່ຕາແສງ ຍ້ວນດຶກ, ເມືອງກູຈີ.

ຕອບກັບ