ທັນຍາພືດ ຢູແກຼນ ບໍ່ໄດ້ຮັບອະນຸຍາດເຂົ້າ ໂປໂລຍ ຫຼັງວັນທີ 15 ກັນຍາ

ນັກຂ່າວ VOV ປະຈຳ ສ. ເຊັກໂກ
Chia sẻ
(VOVWORLD) - ທ່ານລັດຖະມົນຕີກະຊວງກະສິກຳ ໂປໂລຍ Robert Telus ໃຫ້ຮູ້ວ່າ: ປະເທດນີ້ຈະຕໍ່ກຳນົດເວລາຄຳສັ່ງຫ້າມນຳເຂົ້າທັນຍາພືດຂອງ ຢູແກຼນ ຫຼັງວັນທີ 15 ກັນຍາ. ຄຳຕັດສິນນີ້ແມ່ນເພື່ອຜົນປະໂຫຍດຂອງຊາວກະສິກອນ ໂປໂລຍ ເໜືອກ່ວາບໍ່ວ່າຂໍ້ກຳນົດໃດໆຂອງສະຫະພາບເອີລົບ (EU)
ທັນຍາພືດ ຢູແກຼນ ບໍ່ໄດ້ຮັບອະນຸຍາດເຂົ້າ ໂປໂລຍ ຫຼັງວັນທີ 15 ກັນຍາ - ảnh 1ທ່ານລັດຖະມົນຕີກະຊວງກະສິກຳ ໂປໂລຍ Robert Telus
(ພາບ:thefirstnews)

ວັນທີ 3 ກັນຍາ, ຢູ່ Czestochowa, ທາງພາກໃຕ້ ໂປໂລຍ, ທ່ານລັດຖະມົນຕີກະຊວງກະສິກຳ ໂປໂລຍ Robert Telus ໃຫ້ຮູ້ວ່າ: ປະເທດນີ້ຈະຕໍ່ກຳນົດເວລາຄຳສັ່ງຫ້າມນຳເຂົ້າທັນຍາພືດຂອງ ຢູແກຼນ ຫຼັງວັນທີ 15 ກັນຍາ. ຄຳຕັດສິນນີ້ແມ່ນເພື່ອຜົນປະໂຫຍດຂອງຊາວກະສິກອນ ໂປໂລຍ ເໜືອກ່ວາບໍ່ວ່າຂໍ້ກຳນົດໃດໆຂອງສະຫະພາບເອີລົບ (EU). ກ່ອນໜ້ານັ້ນ, ວັນທີ 28 ເມສາ, ຄະນະກຳມະການ ເອີລົບ (EC) ບັນລຸໄດ້ຂໍ້ຕົກລົງກັບ ໂປໂລຍ, ບຸນກາຣີ, ຮຸງກາຣີ, ໂຣມາເນຍ ແລະ ສະໂລວາກີ ກ່ຽວກັບການຈຳກັດການນຳເຂົ້າບັນດາຜະລິດຕະພັນກະເສດ, ອາຫານຂອງ ຢູແກຼນ. ຈາກນັ້ນ, ຮອດວັນທີ 2 ພຶດສະພາ, EC ຖະແຫຼງຈັດວາງຄຳສັ່ງເກືອດຫ້າມຊົ່ວຄາວ ສຳລັບການນຳເຂົ້າເຂົ້າບາເລ, ສາລີ, ແກ່ນຕາເວັນຈາກ… ຢູແກຼນ, ແລະ ເດືອນແລ້ວນີ້ໄດ້ແກ່ຍາວຄຳສັ່ງເກືອດຫ້າມນີ້ຮອດວັນທີ 15 ກັນຍາ.

        ໃນວັນທີ 4 ກັນຍາ, ລັດຖະມົນຕີກະຊວງກະສິກຳ ໂປໂລຍ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຂອງບັນດາລັດຖະມົນຕີກະສິກຳ ອີຢູ, ຢູ່ ແອັດສະປາຍ ເພື່ອແນໃສ່ຊອກຫາການໜູນຊ່ວຍຂອງ ອີຢູ ໃນການຕໍ່ກຳນົດເວລາຄຳສັ່ງເກືອດຫ້າມຜະລິດຕະພັນກະເສດຂອງ ຢູແກຼນ.

ຕອບກັບ