ຖະແຫຼງການຮ່ວມລະຫວ່າງຫວຽດນາມ - ຣູມານີ: ເຮັດໃຫ້ການພົວພັນລະຫວ່າງຫວຽດນາມ ແລະ ຣູມານີ ເລິກເຊິ່ງຂຶ້ມຕື່ມ

Chia sẻ
(VOVWORLD) -ໃນຂອບເຂດການຢ້ຽມຢາມ ຣູມານີ ຢ່າງເປັນທາງການ ຂອງທ່ານນາຍົກລັດຖະມົນຕີໃນລະຫວ່າງວັນທີ 14 – 16 ເມສາ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມ ເຊິ່ມລວມມີ 15 ຂໍ້.
ຖະແຫຼງການຮ່ວມລະຫວ່າງຫວຽດນາມ - ຣູມານີ: ເຮັດໃຫ້ການພົວພັນລະຫວ່າງຫວຽດນາມ ແລະ ຣູມານີ ເລິກເຊິ່ງຂຶ້ມຕື່ມ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາງນາຍົກລັດຖະມົນຕີ ຣູມານີ Viorica Dacila  (ພາບ: TTXVN)

ໃນຖະແຫຼງການຮ່ວມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາງນາຍົກລັດຖະມົນຕີ ຣູມານີ Viorica Dacila ຕ່່າງກໍປາດຖະໜາຢາກເພີ່ມທະວີການຮ່ວມມືລະຫວ່າງສອງປະເທດບົນພື້ນຖານບັນດາຜົນງານໃນການພົວພັນທີ່ບັນລຸໄດ້ໃນໄລຍະຜ່ານມາ, ພ້ອມທັງມານະພະຍາຍາມຊຸກຍູ້ການເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນໃຫ້ຫຼາຍກວ່າອີກ. ທ່ານນາງນາຍົກລັດຖະມົນຕີ ຣູມານີ Viorica Dacila ຢ້ັງຢືນວ່າ ໃນໄລຍະດໍາລົງຕໍາແໜ່ງເປັນການນໍາ ອີຢູ  ຣູມານີ ຈະມີບັນດາການເຄື່ອນໄຫວທີ່ຈໍາເປັນເພື່ອຊຸກຍູ້ການລົງນາມສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ແລະ ສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ຢ່າງເປັນທາງການ, ເຮັດໃຫ້ການພົວພັນລະຫວ່າງຫວຽດນາມ ແລະ ອີຢູ ເວົ້າລວມ ແລະ ການພົວພັນລະຫວ່າງຫວຽດນາມ ແລະ ຣູມານີ ເວົ້າສະເພາະໃຫ້ເລິກເຊິ່ງຂຶ້ນຕື່ມ. ພ້ອມທັງຢັ້ງຢືນເຖິງຄວາມປາດຖະໜາຂອງ ຣູມານີໃນການປັບປຸງດຸ່ນການຄ້າລະຫວ່າງສອງປະເທດ.

        ສອງຝ່າຍໃຫ້ຄໍາໝັ້ນສັນຍາຮັກສາສັນຕິພາບ, ສະຖຽນລະພາບກໍຄືຄວາມໝັ້້ນຄົງສາກົນ ເພ່ືອຜົນປະໂຫຍດຂອງບັນດາປະເທດ. ນາຍົກລັດຖະມົນຕີສອງທ່ານ ເນັ້ນໜັ້ກວ່່າ ຈະສະໜັບສະໜູນການແກ້ໄຂການຂັດແຍ້ງການດ້ວຍສັນຕິວິທີ, ອີງຕາມກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາ ຂອງ ສປຊ ກ່ຽວກັບກົດໝາຍວ່່າດ້ວຍທະເລ 1982; ເຫັນດີຊຸກຍູ້ການສົມທົບກັນປະຕິບັດບັນດາໂຄງການທີ່ນອນໃນຂອບເຂດການຮ່ວມມືອະນຸພາກພື້ນແມ່ນໍ້າຂອງ ແລະ ແມ່ນໍ້າ Danube ທີ່ໄດ້ເຫັນດີເປັນເອກະພາບກັນໃນຂອບເຂດການເຈລະຈາ ASEM ກ່ຽວກັບການພັດທະນາແບບຍືນຍົງ, ດ້ວຍການເຂົ້າຮ່ວມຂອງບັນດາອົງການຈັດຕັ້ງຂັ້ນສູນກາງ ແລະ ທ້ອງຖິ່ນ.


ຕອບກັບ