ຕຳໜິຕິຕຽນບັນດາທັດສະນະທີ່ຜິດພາດກ່ຽວກັບການຕໍ່ສູ້ຕ້ານການເສື່ອມເສຍແນວຄິດ

Chia sẻ
(vovworld) - ຕອນ​ເຊົ້າ​ວັນ​ທີ 30/12 ຢູ່ ຮ່າ​ໂນ້ຍ ສະພາ​ທິດ​ສະ​ດີ​ສູນ​ກາງ​ສົມທົບ​ກັບ​ສະ​ຖາ​ບັນ​ການ​ເມືອງ​ຕຳຫລວດ​ປະຊາຊົນ (ກະຊວງ​ຕຳຫລວດ)
ຕຳໜິຕິຕຽນບັນດາທັດສະນະທີ່ຜິດພາດກ່ຽວກັບການຕໍ່ສູ້ຕ້ານການເສື່ອມເສຍແນວຄິດ - ảnh 1
​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​

(vovworld) - ຕອນ​ເຊົ້າ​ວັນ​ທີ 30/12 ຢູ່ ຮ່າ​ໂນ້ຍ ສະພາ​ທິດ​ສະ​ດີ​ສູນ​ກາງ​ສົມທົບ​ກັບ​ສະ​ຖາ​ບັນ​ການ​ເມືອງ​ຕຳຫລວດ​ປະຊາຊົນ (ກະຊວງ​ຕຳຫລວດ) ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ດ້ວຍ​ຫົວ​ຂໍ້​ວ່າ “ຕຳ​ໜິຕິຕຽນ​ບັນດາ​ທັດສະນະ​ທີ່​ຜິດ​ພາດ, ​ເສກ​ສັນ​ປັ້ນ​ແຕ່ງກ່ຽວ​ກັບ​ການ​ຕໍ່ສູ້​ຕ້ານ​ການ​ເສື່ອ​ມ​ເສຍ​ແນວ​ຄິດການ​ເມືອງ, ບັນດາ​ປະກົດ​ການ “ຜັນ​ແປ່​ເອງ”, “ຫັນປ່ຽນ​ເອງ” ກ່ຽວ​ກັບ​ດ້ານ​ການ​ເມື​ອງ​ໃນ​ພັກ”. ຮອງ​ສາດສະດາຈານ ປອ ຫວູຍືຄອຍ ອະ​ດີດ​ຫົວໜ້າ​ພະ​ແນ​ກປະຫວັດສາດ​ພັກ, ສະ​ຖາ​ບັນ​ການ​ເມືອງ​ການທະຫານ ຖື​ວ່າ:

        “​ເລື່ອງ​ເສກ​ສັນ​ປັ້ນ​ແຕ່ງ​ມີ​ຄວາມ​ອັນ​ຕະຫລາຍ​ທີ່​ສຸດ, ​ເພາະ​ໃນ​ສະພາບ​ການ​ພວກ​ເຮົາ​ພວມ​ຫຍຸ້ງຍາກ​ມີ​ປະກົດ​ການສໍ້​ລາດ​ບັງ​ຫລວງ, ມີ​ປະກົດ​ການ​ເສື່ອ​ມ​​ເສຍ​ແນວ​ຄິດ ຊຶ່ງ​ໃນ​ໝູ່ມະຫາຊົນ​​ມີ​ຄວາມ​ເຄັ່ງຮ້ອນ. ຖ້ອຍ​ທຳນອງ​ນີ້ ຈະ​ເຮັດ​ໃຫ້​ມະຫາຊົນ​ຖືກ​ຫລົງ​ຜິດ. ດັ່ງ​ນັ້ນ ພວກ​ເຮົາ​ຕ້ອງ​ມີ​ຄວາມ​ຮັບຜິດຊອບ ສະ​ເໜີຕໍ່ສູ້ປະຕິ​ເສດ​ບັນດາ​ທັດສະນະ​ທີ່​ຜິດພາດ​ນີ້. ປະຈຸ​ບັນ ພັກ​ຕັດສິນ​ໃຈ​ມີ​ບັນດາ​ການ​ຫັນປ່ຽນ ​ແລະ ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ປະຊາຊົນ​ ​ແລະ ສັງຄົມ”.

        ທ່ານ​ພົນ​ຈັດຕະວາ ​ເຈືອງ​ຢາງລອງ ຜູ້ອຳນວຍການ​ສະ​ຖາ​ບັນ​ການ​ເມືອງ​ຕຳຫລວດ​ປະຊາຊົນ​ໃຫ້​ຮູ້​ວ່າ:

        “ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ຈຸດ​ສຸມ ​ແລະ ສຳຄັນ​ທີ່​ສຸດ​ໃນ​ປະຈຸ​ບັນ ​ແມ່ນພວກ​ເຮົາ​ຕ້ອງ​ປັບປຸງ​ກຳລັງ​ແຮງ​ໃນ​ພັກ. ດັ່ງ​ນັ້ນ ພວກ​ເຮົາ​ຕ້ອງປັບປຸງ​ ລະບຽບ​ວິ​ໄນຂອງ​ສັງຄົມຄືນ​ໃໝ່. ຕ້ອງ​ລົງ​ໂທດ​ຕໍ່ພະນັກງານສະມາຊິກ​ພັກ​ທີ່​ເສືອ​ມ​ເສຍ​ກ່ຽວ​ກັບ​ດ້ານ​ການ​ເມືອງ, ມີວິຖີ​ຊີວິດ​ລະ​ເມີດ​ກົດໝາຍ ​ເພື່ອ​ພວກ​ເຮົາ​ປັບປຸງ​ ຄວາ​ມໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ຕໍ່​ພັກ”.