ຕວັກ​ກີ ໃຫ້​ສັດ​ຕະ​ຍາ​ບັນ​ໃບ​ຄຳ​ຮ້ອງ​ຂໍ​ເຂົ້າ​ເປັນ​ສະ​ມາ​ຊິກ NATO ຂອງ ຊູ​ແອັດ

Chia sẻ
(VOVWORLD) - ພາຍຫຼັງປຶກສາຫາລືມາເປັນເວລາກວ່າ 4 ຊົ່ວໂມງ, ສະພາແຫ່ງຊາດ ຕວັກກີ ໄດ້ດຳເນີນການປ່ອນບັດດ້ວຍຈຳນວນ 287 ບັດສະໜັບສະໜູນ ຊູແອັດ ກາຍເປັນສະມາຊິກທີ 32 ຂອງ NATO ແລະ ບັດຄ້ານ 35 ບັດ. 
ຕວັກ​ກີ ໃຫ້​ສັດ​ຕະ​ຍາ​ບັນ​ໃບ​ຄຳ​ຮ້ອງ​ຂໍ​ເຂົ້າ​ເປັນ​ສະ​ມາ​ຊິກ NATO ຂອງ ຊູ​ແອັດ - ảnh 1ທ່ານເລເຂາທິການໃຫຍ່ NATO Jens Stoltenberg (ເບື້ອງຂວາ)  ແລະ ທ່ານນາຍົກລັດຖະມົນຕີ ຊູແອັດ Ulf Kristersson ໃນການຖະແຫຼງຂ່າວ ຢູ່ Stockholm ວັນທີ 7/3/2023 (ພາບ: AFP/TTXVN)

ຕອນຄ່ຳວັນທີ 23 ມັງກອນ, ສະພາແຫ່ງຊາດ ຕວັກກີ ໄດ້ປ່ອນບັດໃຫ້ສັດຕະຍາບັນໃບຄຳຮ້ອງຂໍເປັນສະມາຊິກອົງການສົນທິສັນຍາ ອັດລັງຕິກເໜືອ - NATO ຂອງ ຊູແອັນ. ລະອຽດ, ພາຍຫຼັງປຶກສາຫາລືມາເປັນເວລາກວ່າ 4 ຊົ່ວໂມງ, ສະພາແຫ່ງຊາດ ຕວັກກີ ໄດ້ດຳເນີນການປ່ອນບັດດ້ວຍຈຳນວນ 287 ບັດສະໜັບສະໜູນ ຊູແອັດ ກາຍເປັນສະມາຊິກທີ 32 ຂອງ NATO ແລະ ບັດຄ້ານ 35 ບັດ. ການກະທຳດັ່ງກ່າວ ໄດ້ສິ້ນສຸດສະພາບການຈົນຕາແຈທີ່ແກ່ຍາວເປັນເວລາ 20 ເດືອນ ໃນບັນດາການເຈລະຈາລະຫວ່າງລັດຖະບານ ຊູແອັດ ກັບ ລັດຖະບານ ຕວັກກີ.

        ເລື່ອງສະພາແຫ່ງຊາດ ຕວັກກີ ໃຫ້ສັດຕະຍາບັນໃບຄຳຮ້ອງຂໍເຂົ້າເປັນສະມາຊິກ NATO, ຊູແອັດ ຍັງມີແຕ່ຮົ້ວກີດຂວາງດຽວ ນັ້ນແມ່ນ ຮຸງກາຣີ. ຕາມຂໍ້ກຳນົດຂອງ NATO ແລ້ວ, ປະເທດສະໝັກເປັນສະມາຊິກຂອງສຳພັນທະມິດການທະຫານນີ້ ຕ້ອງໄດ້ຮັບການສະໜັບສະໜູນຈາກທຸກປະເທດສະມາຊິກທີ່ຍັງເຫຼືອ. ພາຍຫຼັງຮັບ ແຟງລັງ ເຂົ້າເປັນສະມາຊິກໃນປີກາຍ, ປັດຈຸບັນ, NATO  ມີ 31 ປະເທດສະມາຊິກ.

ຕອບກັບ