ຕວັກກີ ແລະ ຊູແອັດ ຈັດກອງປະຊຸມຄັ້ງທຳອິດນັບແຕ່ເມື່ອ Stockholm ຂໍເຂົ້າເປັນສະມາຊິກ ນາໂຕ

Chia sẻ
(VOVWORLD) - ກອງປະຊຸມໄດ້ດຳເນີນໃນຂອບເຂດການຢ້ຽມຢາມ ຕວັກກີ ຂອງທ່ານນາງ Maria Malmer Stenergard, ລັດຖະມົນຕີກະຊວງການຕ່າງປະເທດ ຊູແອັດ.
ຕວັກກີ ແລະ ຊູແອັດ ຈັດກອງປະຊຸມຄັ້ງທຳອິດນັບແຕ່ເມື່ອ Stockholm ຂໍເຂົ້າເປັນສະມາຊິກ ນາໂຕ - ảnh 1(ພາບປະກອບ: baotintuc.vn)

        ວັນທີ 18 ກັນຍາ, ຕວັກກີ ແລະ ຊູແອັດ ໄດ້ຈັດກອງປະຊຸມຄັ້ງທຳອິດ ເພື່ອແກ້ໄຂສົນທິສັນຍາຄວາມໝັ້ນຄົງເຊິ່ງ 2 ຝ່າຍໄດ້ເຫັນດີກ່ອນໜ້ານັ້ນ ເພື່ອຮັບປະກັນໃຫ້ ອາກາຣາ ເຫັນດີໃບຄຳຮ້ອງຂອງ Stockholm ຂໍເຂົ້າເປັນສະມາຊິກ ອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ). ກອງປະຊຸມໄດ້ດຳເນີນໃນຂອບເຂດການຢ້ຽມຢາມ ຕວັກກີ ຂອງທ່ານນາງ Maria Malmer Stenergard, ລັດຖະມົນຕີກະຊວງການຕ່າງປະເທດ ຊູແອັດ.

        ເດືອນ ມັງກອນ 2024, ຕວັກກີ ໄດ້ເຫັນດີຕໍ່ຂໍ້ສະເໜີຂອງ ຊູແອັດ ກ່ຽວກັບເລື່ອງຂໍເຂົ້າເປັນສະມາຊິກ ນາໂຕ ພາຍຫຼັງຖືກໂຈະໄວ້ເປັນເວລາ 1 ປີ ຍ້ອນມີຄວາມວິຕົກກັງວົນກ່ຽວກັບຫຼັກໝັ້ນຂອງ ຊູແອັດ ສຳລັບບັນດາໝູ່ຄະນະ ແລະ ສ່ວນບຸກຄົນເຊິ່ງ ຕວັກກີ ຖືວ່າແມ່ນກໍ່ການຮ້າຍ, ກໍ່ຄືຄຳສັ່ງຫ້າມອາວຸດທີ່ຫຼັງຈາກນັ້ນ Stockholm ໄດ້ຍົກເລີກ. ປ່ຽນແທນ, ອານກາຣາ ຮຽກຮ້ອງໃຫ້ Stockholm ປັບປຸງກົດໝາຍວ່າດ້ວຍຕ້ານການກໍ່ການຮ້າຍ ແລະ ປາບປາມບັນດາສະມາຊິກຂອງກຸ່ມພັກກຳມະກອນຊາວ Kurd (PKK) - ກໍ່ຖືກ ອາເມລິກາ ແລະ ສະຫະພາບ ເອລົບ (ອີຢູ) ຖືວ່າແມ່ນກໍ່ການຮ້າຍ. ຊູແອັດ ໄດ້ເຂົ້າເປັນສະມາຊິກຂອງ ນາໂຕ ໃນວັນທີ 07 ມີນາ 2024.

ຕອບກັບ