ຕວັກ​ກີ ຢຸດ​ຕິ​ທຸກ​ການ​ເຄື່ອນ​ໄຫວ​ທາງ​ການ​ຄ້າ ກັບ ອິດ​ສະ​ລາ​ແອັນ

Chia sẻ
(VOVWORLD) -  ທ່ານ Katz ລັດຖະມົນຕີການຕ່າງປະເທດ ອິດສະລາແອັນ ກໍ່ໃຫ້ຮູ້ວ່າ ທ່ານ Recep Tayyip Erdogan ປະທານາທິບໍດີ ຕວັກກີ ໄດ້ລະເມີດ ບັນດາສັນຍາການຄ້າສາກົນ  ດ້ວຍການສະກັດກັ້ນສິນຄ້ານຳເຂົ້າ ສົ່ງອອກຂອງ ອິດສະລາແອັນ ໄປຍັງ ຕວັກກີ.
ຕວັກ​ກີ ຢຸດ​ຕິ​ທຸກ​ການ​ເຄື່ອນ​ໄຫວ​ທາງ​ການ​ຄ້າ ກັບ ອິດ​ສະ​ລາ​ແອັນ - ảnh 1ທ່ານ Recep Tayyip Erdogan ປະທານາທິບໍດີ ຕວັກກີ ແລະ ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu. (ພາບ: AFP)

ວັນທີ 2 ພຶດສະພາ, ສຳນັກຂ່າວສານ Bloomberg ໄດ້ຄັດສະເໜີຄຳເວົ້າຂອງເຈົ້າໜ້າທີ່ ຕວັກກີສອງຄົນ ໂດຍໃຫ້ຮູ້ວ່າ ຕວັກກີ ໄດ້ຢຸດຕິທຸກການເຄື່ອນໄຫວນຳເຂົ້າ - ສົ່ງອອກ ກັບອິດສະລາແອັນ. ໃນຂະນະນັ້ນ, ທ່ານປະທານາທິບໍດີ ຕວັກກີ, ກະຊວງການຕ່າງປະເທດ ກໍ່ຄື ກະຊວງການຄ້າ ປະເທດນີ້ ຍັງບໍ່ທັນອອກຖະແຫຼງການຢ່າງເປັນທາງການ. ສ່ວນຝ່າຍ ອິດສະລາແອັນ, ໃນວັນດຽວກັນ, ທ່ານ Katz ລັດຖະມົນຕີການຕ່າງປະເທດ ອິດສະລາແອັນ ກໍ່ໃຫ້ຮູ້ວ່າ ທ່ານ Recep Tayyip Erdogan ປະທານາທິບໍດີ ຕວັກກີ ໄດ້ລະເມີດ ບັນດາສັນຍາການຄ້າສາກົນ  ດ້ວຍການສະກັດກັ້ນສິນຄ້ານຳເຂົ້າ ສົ່ງອອກຂອງ ອິດສະລາແອັນ ໄປຍັງ ຕວັກກີ. ທ່ານ Katz ກໍ່ໃຫ້ຮູ້ວ່າຕື່ມອີກວ່າ ອິດສະລາແອັນ ໄດ້ມານະພະຍາຍາມສ້າງທາງເລືອກຕ່າງໆ ປ່ຽນແທນ ໃນການພົວພັນທາງການຄ້າ ກັບ ຕວັກກີ ດ້ວຍການສຸມໃສ່ການຜະລິດພາຍໃນປະເທດ ແລະ ນຳເຂົ້າຈາກບັນດາປະເທດອື່ນ.

ຕອບກັບ