ຕວກກີ ບຸກໂຈມຕີຊາວ Kurd ຢູ່ ຊີຣີ: ການປະທະກັນສືບຕໍ່ດໍາເນີນຢູ່ເຂດຊາຍແດນ

Chia sẻ
(VOVWORLD) -ວັນທີ 11 ຕຸລາ, ເຮືອບິນ ແລະ ປຶນໃຫຍ່ຂອງກອງທັບຕວກກີ ສືບຕໍ່ດໍາເນີນບັນດາການບຸກໂຈມຕີຢູ່ອ້ອມແອ້ມເຂດ Ras al-Ayn, ເຊິ່ງເປັນ 1 ໃນ 2 ເທດສະບານທີ່ນອນຢູ່ເຂດຊາຍແດນ ຊີຣີ.
ຕວກກີ ບຸກໂຈມຕີຊາວ Kurd ຢູ່ ຊີຣີ: ການປະທະກັນສືບຕໍ່ດໍາເນີນຢູ່ເຂດຊາຍແດນ - ảnh 1ການປະທະກັນສືບຕໍ່ດໍາເນີນຢູ່ເຂດຊາຍແດນ (ພາບ: TTXVN)

ບັນດາກໍາລັງຕວກກີ ຄວບຄຸມໄດ້ໝູ່ບ້ານ 2 ແຫ່ງຕື່ມອີກ ຢູ່ເຂດຊາຍແດນໃນມື້ທີ 3 ນັບແຕ່ເມື່ອປຸກລະດົມບັ້ນຮົບດັ່ງກ່າວ. ແລະ ກໍໃນວັນດຽວກັນ, ບັນດາກໍາລັງຂອງປະເທດນີ້ ແລະ ບັນດາກຸ່ມ ຊີຣີ ພັນທະມິດຝ່າຍຄ້ານ ກໍບຸກເຂົ້າໄປດິນແດນຂອງ ຊີຣີ ໄດ້ 8 Km, ໃນຂະນະນັ້ນ, ບັນດາເຮືອບິນຮົບຂອງຕວກກີ ບິນເຂົ້າໄປດິນແດນຂອງຊີຣີໄດ້ປະມານ 3 Km ແລ້ວ.

        ຕໍ່ໜ້າການກະທໍາຂອງຕວກກີ, ວັນທີ 11 ຕຸລາ, ທ່ານລັດຖະມົນຕີກະຊວງການຄ້າ ອາເມລິກາ Steven Mnuchin ໃຫ້ຮູ້ວ່າ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ອະນຸຍາດໃຫ້ບັນດາເຈົ້າໜ້າທີ່ຂອງປະເທດນີ້ ປຶກສາຫາລືກ່ຽວກັບບັນດາຄໍາສັ່ງລົງໂທດ ແນໃສ່ຕວກກີ. ນີ້ຈະແມ່ນຄໍາສັ່ງລົງໂທດທີ່ໜັກໜ່ວງທີ່ສຸດ. ເຖິງຢ່າງໃດກໍຕາມ ກ່ຽວກັບຮູ້ວັນເວລາທີ່ ອາເມລິກາ ຈະຈັດວາງບັນດາຄໍາສັ່ງລົງໂທດດັ່ງກ່າວນັ້ນ ຍັງບໍ່ທັນຮູ້ຢ່າງຈະແຈ້ງເທື່ອ.


ຕອບກັບ