ຕວັກ​ກີ ກ້າວ​ຂຶ້ນ​ສູ່​ອີກບາດ​ກ້າວ​ໜຶ່ງ​ໃນລະ​ບຽບ​ການ​ຮັບ ຊູ​ແອັດ ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ NATO

Chia sẻ
(VOVWORLD) - ວັນທີ 26 ທັນວາ, ຄະນະກຳມາທິການການຕ່າງປະເທດສະພາແຫ່ງຊາດ ຕວັກກີ ໄດ້ຕົກລົງຕໍ່ເລື່ອງ ຊູແອັດ ເຂົ້າເປັນສະມາຊິກຂອງອົງການສົນທິສັນຍາອັດລັງຕິກເໜືອ (NATO).
ຕວັກ​ກີ ກ້າວ​ຂຶ້ນ​ສູ່​ອີກບາດ​ກ້າວ​ໜຶ່ງ​ໃນລະ​ບຽບ​ການ​ຮັບ ຊູ​ແອັດ ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ NATO - ảnh 1ກອງປະຊຸມຂອງກຳມາທິການການຕ່າງປະເທດສະພາແຫ່ງຊາດ ຕວັກກີ ໃນວັນທີ 26 ທັນວາ 2023 (ພາບ: THX/TTXVN)

ລະບຽບການດັ່ງກ່າວອະນຸຍາດໃຫ້ ຊູແອັດ ບັນລຸໄດ້ອີກບາດກ້າວໜຶ່ງໃນຄວາມມານະພະຍາຍາມເຂົ້າຮ່ວມສໍາພັນທະມິດການທະຫານ NATO. ເຖິງຢ່າງໃດກໍຕາມ, ຂໍ້ຕົກລົງສຸດທ້າຍກໍຕ້ອງລໍຖ້າວາລະປະຊຸມຄົບຄະນະສະພາແຫ່ງຊາດ ຕວັກກີ ຮັບຮອງເອົາ. ປັດຈຸບັນ, ຕວັກກີ ຍັງບໍ່ທັນກຳນົດວັນເວລາຈັດກອງປະຊຸມດັ່ງກ່າວ ເພື່ອລົງຄະແນນສຽງກ່ຽວກັບບັນຫານີ້.

ໃນກໍລະນີ ຕວັກກີ ຍອມຮັບເພື່ອໃຫ້ ຊູແອັດ ກາຍເປັນສະມາຊິກຂອງ NATO, ປະເທດ ເອີຣົບເໜືອນີ້ ຍັງປະສົບກັບອີກຮົ້ວກີດຂວາງໜຶ່ງ ນັ້ນແມ່ນການຄັດຄ້ານຈາກ ຮຸງກາຣີ. ປັດຈຸບັນ, ສະພາແຫ່ງຊາດ ຮຸງກາຣີ ຍັງບໍ່ທັນດຳເນີນການປ່ອນບັດໃຫ້ສັດຕະຍາບັນໃບຄຳຮ້ອງຂໍເຂົ້າເປັນສະມາຊິກ NATO ຂອງ ຊູແອັດ ເທື່ອ.


ຕອບກັບ