ດາລາດ ຕ້ອນຮັບນາມມະຍົດເປັນນະຄອນປະດິດຄິດສ້າງດົນຕີຂອງ UNESCO

Chia sẻ
(VOVWORLD) - ພິທີສະເຫຼີມສະຫຼອງເພື່ອແນໃສ່ປຸກລຸກຄວາມເອກອ້າງທະນົງໃຈກ່ຽວກັບນະຄອນວິລະຊົນ, ນະຄອນ Festival ດອກໄມ້ ຫວຽດນາມ, ຫວນຄືນປະຫວັດສາດຂອງຂະບວນວິວັດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງນະຄອນ ດາລາດ.
ດາລາດ ຕ້ອນຮັບນາມມະຍົດເປັນນະຄອນປະດິດຄິດສ້າງດົນຕີຂອງ UNESCO - ảnh 1ທ່ານຮອງນາຍົກລັດຖະມົນຕີ ເລມິງຂ໋າຍ ກ່າວຄຳເຫັນທິີພິທີໄຂ

ຕອນຄ່ຳວັນທີ 30 ທັນວາ, ຢູ່ສະໜາມຫຼວງ ເລີມວຽນ, ນະຄອນ ດາລາດ, ແຂວງ ເລີມດົ່ງ ໄດ້ຈັດພິທີສະເຫຼີມສະຫຼອງ 130 ປີແຫ່ງວັນ ດາລາດ ໄດ້ຮັບການສ້າງຕັ້ງ ແລະ ພັດທະນາ (1893 2023), ຕ້ອນຮັບນາມມະຍົດນະຄອນ ປະດິດຄິດສ້າງດົນຕີ ຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO).

          ພິທີສະເຫຼີມສະຫຼອງເພື່ອແນໃສ່ປຸກລຸກຄວາມເອກອ້າງທະນົງໃຈກ່ຽວກັບນະຄອນວິລະຊົນ, ນະຄອນ Festival ດອກໄມ້ ຫວຽດນາມ, ຫວນຄືນປະຫວັດສາດຂອງຂະບວນວິວັດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງນະຄອນ ດາລາດ. ພ້ອມທັງປຸກລຸກຄວາມຄາດຫວັງສ້າງສາ, ພັດທະນານະຄອນ ດາລາດ ໃຫ້ນັບມື້ນັບວັດທະນາຖາວອນ, ຮັ່ງມີ, ສວຍງາມ.

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານຮອງນາຍົກລັດຖະມົນຕີ ເລມິງຂ໋າຍ ເນັ້ນໜັກວ່າ: ເຫດການນີ້ໄດ້ປະກອບສ່ວນສ້າງເຄືື່ອງໝາຍ, ຊຸກຍູ້ການໂຄສະນາພາບພົດຂອງນະຄອນ ດາລາດ - ແຂວງ ເລີມດົ່ງ ແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມ, ປອດໄພ, ອະລິຍາທຳ ແລະ ສະໜິດສະໜົມ. ທ່ານຮອງນາຍົກລັດຖະມົນຕີ ເລມິງຂ໋າຍ, ສະເໜີວ່າ:

          “ອຳນາດການປົກຄອງ, ປະຊາຊົນນະຄອນ ດາລາດ ຄວນສືບຕໍ່ຮັກສາ, ເພີ່ມພູນຄູນສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ, ລະດົມ ບັນດາແຫຼ່ງກຳລັງສັງຄົມໃນລະດັບສູງສຸດ, ມີປະສິດທິຜົນແລະ ຂ້ຽວຂາດກ່ວາໃນການລົງທຶນພັດທະນາພື້ນຖານໂຄງລ່າງຢ່າງຄົບຊຸດ, ເໝາະສົມ, ມີປະສິດທິຜົນ, ພິເສດແມ່ນບັນດາໂຄງການພື້ນຖານໂຄງລ່າງຍຸດທະສາດ, ພື້ນຖານວັດທະນະທຳ, ການສຶກສາ, ການແພດ, ສາທາລະນະສຸກ, ພື້ນຖານໂຄງລ່າງຫັນເປັນດີຈີຕອນ, ສ້າງນະຄອນອັດສະລິຍະ, ປະກອບສ່ວນນຳ ດາລາດ ກາຍເປັນທ້ອງຖິ່ນພັດທະນາສຳຄັນຂອງເຂດ, ຂອງປະເທດຊາດ, ເຊິ່ງເປັນຈຸດເຊື່ອມຕໍ່ສຳຄັນກັບພາກພື້ນ ແລະ ໂລກ”.

ຕອບກັບ