ດັກລັກ ລະນຶກ 37 ປີແຫ່ງວັນໄຊຊະນະ ບວນມາທວດ
ດັກລັກ ລະນຶກ 37 ປີແຫ່ງວັນໄຊຊະນະ ບວນມາທວດ
ນະຄອນບວນມາທວດ
(ພາບ:khudothimoi.com)
|
( vovworld ) – ຕອນຄ່ຳວັນທີ 9/3, ຄະນະກຳມະການປະຊາຊົນ, ແນວໂຮມປະເທດຊາດຫວຽດນາມ ແຂວງດັກລັກ ໄດ້ຈັດລາຍການສະແດງສິລະປະດົນຕີລະນຶກ 37 ປີແຫ່ງວັນໄຊຊະນະ ບວນມາທວດ. ບັນດາລາຍການສະແດງດົນຕີ, ວາດຟ້ອນ, ຟິມເອກະສານກ່ຽວກັບກຳລັງທະຫານບຸກເຂົ້າປົດປ່ອຍບວນມາທວດໃນ 37 ປີກ່ອນ, ພາບພົດນະຄອນບວນມາທວດມີການປ່ຽນແປງ, ພັດທະນາໃນແຕ່ລະວັນ…. ໄດ້ດຶງດູດປະຊາຊົນເຂົ້າຮ່ວມຢ້ຽມຊົມລາຍການເປັນຈຳນວນຫຼວງຫຼາຍ. ລາຍການໄດ້ຊ່ວຍໃຫ້ປະຊາຊົນມີສະຕິຄວາມຮັບຮູ້ກ່ຽວກັບບົດບາດ ແລະ ຄວາມຮັບຜິດຊອບຂອງພົນລະເມືອງ ເມື່ອໄດ້ດຳລົງຊີວິດໃນນະຄອນແຫ່ງວິລະຊົນ. ເນື່ອງໃນໂອກາດນີ້, ຄະນະກຳມະການປະຊາຊົນ, ແນວໂຮມປະເທດຊາດຫວຽດນາມ ແຂວງດັກລັກ ກໍໄດ້ປຸກລະດົມໂຄງການ “ຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ“ ເພື່ອແນໃສ່ຮຽກຮ້ອງໃຫ້ວົງຄະນາຍາດສັງຄົມ, ບັນດາອົງການຈັດຕັ້ງ, ຫົວໜ່ວຍ, ວິສາຫະກິດ, ປະຊາຊົນພາຍໃນ, ນອກແຂວງ ແລະ ປະຊາຊົນຫວຽດນາມ ອາໄສຢູ່ຕ່າງປະເທດ ຊ່ວຍເຫຼືອຜູ້ທຸກຍາກເວົ້າລວມ, ປະກອບສ່ວນກໍ່ສ້າງເຮືອນມະຫາສາມັກຄີ, ລົບລ້າງເຮືອນຊົ່ວຄາວໃຫ້ຄອບຄົວທຸກຍາກ. ໂຄງການໄດ້ຮັບຈຳນວນເງິນກ່ວາ 16 ຕື້ 500 ລ້ານດົ່ງ ປະກອບເຂົ້າໃນ “ກອງທຶນເພື່ອຄົນທຸກຍາກ“ ຂອງແຂວງດັກລັກ.