ຍູ້ແຮງວຽກງານໂຄສະນາເຜີຍແຜ່ກ່ຽວກັບທະເລ, ເກາະ ປີ 2013

Chia sẻ

ຍູ້​ແຮງ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່​ກ່ຽວ​ກັບ​ທະ​ເລ, ​ເກາະ ປີ 2013

ຍູ້ແຮງວຽກງານໂຄສະນາເຜີຍແຜ່ກ່ຽວກັບທະເລ, ເກາະ ປີ 2013 - ảnh 1
ພາບປະກອບ
(vovworld) - ຕາມ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ແລ້ວ, ປີ 2013, ວຽກ​ງານ​ໂຄສະນາ​ເຜີຍ​ແຜ່​ກ່ຽວ​ກັບ​ທະ​ເລ, ​ເກາະ​ ສືບ​ຕໍ່​ໄດ້​ຮັບ​ການ​ໂຄສະນາ​ເຜີຍ​ແຜ່, ສຶກສາ​ຢ່າງ​ເລິກ​ເຊິ່ງກ້ວາງ​ແຂວງ, ​ເປັນ​​ລະບົບ​ໃນ​ປະຊາຊົນ​ທຸກ​ຊັ້ນ​ວັນນະ ກ່ຽວ​ກັບ​ທີ່​ຕັ້ງ, ບົດບາດ, ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ທະ​ເລ, ເກາະ ຫວຽດນາມ ທີ່​ມີ​ຕໍ່​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ບັນດາ​ທັດສະນະ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ບັນດາ​ເອກະສານ​ນິຕິ​ກຳ ກ່ຽວ​ກັບ​ທະ​ເລ, ເກາະ​ຂອງ ຫວຽດນາມ. ນອກ​ນັ້ນ, ຫວຽດນາມ ຈະ​ຍູ້​ແຮງ​ການ​ໂຄສະນາ​ເຜີຍ​ແຜ່, ​ແນ​ະນຳ, ຍ້ອງຍໍ​ສັນລະ​ເສີນ​ບັນດາ​ຜົນງານ​ພັດທະນາ​ເສດຖະກິດ​ທະ​ເລ, ​ເກາະ, ຍົກ​ສູງບົດບາດ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ພາກສ່ວນ​ເສດຖະກິດ​ໃນ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະ​ນາ​ເສດຖະກິດ​ທະ​ເລ, ບັນດາ​ຜົນງານ​ໃນ​ການ​ຮ່ວມ​ມື​ສາກົນ​ກ່ຽວ​ກັບ​ທະ​ເລ…​.

        ຫວຽດນາມ ກໍ່​ຈະ​ຕໍ່ສູ້​ກັບ​ບັນດາ​ການ​ກະທຳ​ຂອງ​ຕ່າງປະ​ເທດ ​ເຊິ່ງລະ​​ເມີດ​ອະທິປະ​ໄຕ, ສິດ​ອະທິປະ​ໄຕ, ສິດ​ຕັດສິນ​ອັນ​ຖືກ​ຕ້ອງ​ ຂອງ ຫວຽດນາມ ທີ່​ມີ​ຕໍ່​ທະ​ເລ, ​ເຂດ​​ໄຫຼ່​ທະວີບ, ​ເຂດ​ເສດ​ຖະກິດພິ​ເສດ 200 ​ໄມ​ທະ​ເລ​ຂອງ ຫວຽດນາ​ມ. ຍູ້​ແຮງ​ການ​ໂຄສະນາ​ເຜີຍ​ແຜ່, ​ຂໍ້​ມູນ​ຂ່າວ​ການ​ພົວພັນຕ່າງປະ​ເທດ, ​ເຮັດ​ໃຫ້​ເພື່ອນ​ມິດ ​ແລະ ຫາງ​ສຽງ​ສາກົນ​ເຂົ້າ​ໃຈ​ແຈ້ງ​ຕໍ່ຫຼັກ​ໝັ້ນ​ເປັນ​ທຳ​ຂອງ ຫວຽດນາມ, ບັນດາ​ພື້ນຖານ​ດ້ານ​ນິຕິ​ກຳ, ພະຍານ​ຫຼັກ​ຖານ​ດ້ານ​ປະຫວັດສາດ ​ແລະ ພຶດຕິ​ກຳ​ຕົວ​​ຈິງ​​ເພື່ອຢັ້ງຢືນ​ອະທິປະ​ໄຕ​ຂອງ​ຫວຽດນາມ​ທີ່​ມີ​ຕໍ່​ໝູ່​ເກາະ ເຈື່ອງ​ຊາ, ຮ່ວາງ​ຊາ ກໍ່​ຄື​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ລັດ ຫວຽດນາມ ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ການ​ສະໜັບສະໜູນ​ຂອງ​ເພື່ອນ​ມິດ ​ແລະ ຫາງ​ສຽງ​ສາກົນ​ທີ່​ມີ​ຕໍ່ ຫວຽດນາມ.