ຍາມໃດຫວຽດນາມກໍ່ເຮັດຈົດສຸດຄວາມ ສາມາດຂອງຕົນ ປະກອບສ່ວນເພື່ອ ສັນຕິພາບຂອງ ສປຊ

Chia sẻ
(vovworld) –  ພິທີ​ສະ​ເໜີ​ຕົວ​ສູນ​ຮັກສາ​ສັນຕິພາບ ຫວຽດນາມ ​ແລະ ພິທີ​​ເສົ່ງ​ນາຍ​ທະຫານ ຫວຽດນາມ 2 ຄົນ ​ທຳ​ອິດ​ໄປ​ປະຕິບັດ​ໜ້າ​ທີ່​​ຮັກສາ​ສັນຕິພາບ​ຂອງ ສປຊ ຢູ່ ຊູ​ດັງ​ໃຕ້, ຖືກດຳເນີນໃນວັນ​ທີ 27/5, ຢູ່ ຮ່າ​ໂນ້ຍ.
ຍາມໃດຫວຽດນາມກໍ່ເຮັດຈົດສຸດຄວາມ ສາມາດຂອງຕົນ ປະກອບສ່ວນເພື່ອ ສັນຕິພາບຂອງ ສປຊ - ảnh 1
ນາຍທະຫານ ຫວຽດນາມ 2 ທ່ານໄປປະຕິບັດງານຢູ່ ຊູດັງໃຕ້
(ພາບ: Tin tức)

(vovworld) –  ພິທີ​ສະ​ເໜີ​ຕົວ​ສູນ​ຮັກສາ​ສັນຕິພາບ ຫວຽດນາມ ​ແລະ ພິທີ​​ເສົ່ງ​ນາຍ​ທະຫານ ຫວຽດນາມ 2 ຄົນ ​ທຳ​ອິດ​ໄປ​ປະຕິບັດ​ໜ້າ​ທີ່​​ຮັກສາ​ສັນຕິພາບ​ຂອງ ສປຊ ຢູ່ ຊູ​ດັງ​ໃຕ້, ຖືກດຳເນີນໃນວັນ​ທີ 27/5, ຢູ່ ຮ່າ​ໂນ້ຍ.

    ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮ​ອງນາຍົກລັດຖະມົນຕີ ຫວູດຶກ​ດາມ ​ເນັ້ນໜັກ​ວ່າ: ນີ້​ແມ່ນ​​ເຫດການທີ່​ມີ​ຄວາມ​ໝາຍ​ດ້ານ​ການ​ເມືອງ​ສຳຄັນ, ​ເປັນ​ຂີດ​ໝາຍ​ການ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ ສປຊ ຂອງ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ເນັ້ນໜັກ​ວ່າ: “ສັນຕິພາບ​ພຽງແຕ່ຮັກສາໄວ້​ເມື່ອ​ບັນດາ​ການ​ກະທຳ​ພຽງ​ລຳພັງ​ຝ່າຍ​ດຽວທີ່ຜິດ​ກົດໝາຍ​ສາກົນ ຕ້ອງ​ໄດ້​ຮັບການ​ຕໍ່ສູ້ ແລະ ລົບ​ລ້າງໄປ. ແລະທຸກປະ​ເທດ​ລ້ວນແຕ່ເຄົາລົບ​ເອກະລາດ, ອະທິປະ​ໄຕ​ຂອງ​ກັນ, ພ້ອມ​ກັນ​​ແບ່ງປັນ​ຄວາມ​ຮັບ​ຜິດ​ຊອບ​ຮັກສາ​ສັນຕິພາບ​ດ້ວຍ​ບັນດາ​ການ​ກະທຳ​ທີ່ແທດ​ຈິງ, ລະອຽດ”.

    ເມື່ອຢັ້ງຢືນ ຫວຽດນາມ ຍາມ​ໃດ​ກໍ່​ສະໜັບສະໜູນ ​ແລະ ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມສັນຕິພາບ​ຂອງ ສປຊ ນັ້ນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ຖືວ່າ: ດ້ວຍ​​ເຫດການ​ນີ້, ຫວຽດນາມ ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ ສປຊ ຢ່າງເປັນທາງການ, ປະ​ຕິ​ບັດ​ຄຳ​ໝັ້ນ​ສັນຍາ​ທີ່​ໄດ້​ຍົກ​ອອກ​ມາ​ກັບ​ປະຊາ​ຄົມ​ໂລກ. ສິ່ງ​ດັ່ງກ່າວ​ກໍ່​ສະ​ແດງ​ໃຫ້​ເຫັນ​ທັດສະນະ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ, ລັດ ​ແລະ ລັດຖະບານ ຫວຽດນາມ ​ເດັດ​ດຽວ​ແນວທາງ​ການ​ຕ່າງປະ​ເທດ​ສັນຕິພາບ, ຮ່ວມ​ມື, ພັດທະນາ, ​ເປັນ​ເຈົ້າ​ການ ​ແລະ ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຢັ້ງຢືນ ຫວຽດນາມ​ແມ່ນ​ປະ​ເທດ​ສະມາ​ຊິກມີ​ຄວາມ​ຮັບຜິດຊອບ​ໃນ​ປະຊາ​ຄົມ​ໂລກ. ສິ່ງ​ດັ່ງກ່າວ​ເປັນ​ຂີດ​ໝາຍ​ແຫ່ງບາດ​ກ້າວ​ພັດທະນາ​ໃໝ່​ໃນ​ວິ​ວັດ​​ຜັນ​ຂະຫຍາຍ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ປະ​ເທດ ​ແລະ ກອງທັບ ຫວຽດນາມ.