ຍາມໃດສະວິດກໍຖືເປັນສຳຄັນເພີ່ມທະວີການຮ່ວມມືກັບຫວຽດນາມ

Chia sẻ
(vovworld) – ສະ​ວິດ​ຈະ​ສຶບຕໍ່​ເພີ່ມ​ທະວີ​ການ​ຍູ້​ແຮງ​ການ​ແລກປ່ຽນ​ການ​ຄ້າ, ຮ່ວມ​ມື​ພັດທະນາ​ບັນດາ​ໂຄງການ​ອຸປະຖຳ​ພັດທະນາ​ທາງ​ການ (ODA) ​ໄລຍະ​ຫຼັງ​ປີ 2016
ຍາມໃດສະວິດກໍຖືເປັນສຳຄັນເພີ່ມທະວີການຮ່ວມມືກັບຫວຽດນາມ - ảnh 1
ຍາມໃດສະວິດກໍຖືເປັນສຳຄັນເພີ່ມທະວີການຮ່ວມມືກັບຫວຽດນາມ
(ພາບ: TTXVN)


(vovworld) – ​ໂດຍ​ສືບຕໍ່​ລາຍການ​ປະຕິບັດ​ງານ​ຢູ່​ສະ​ວິດ, ວັນ​ທີ 16/09, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ​ຮອງ​ປະທານາທິບໍດີ, ລັດຖະ​ມົນຕີ​ວ່າການ​ກະຊວງ​ເສດຖະກິດ, ສຶກສາ ​ແລະ ຄົ້ນຄວ​້າສະ​ວິດ Johnn Niklaus Schniuder Ammann. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ປາດ​ຖະໜາ​ວ່າ, ສະ​ວິດ​ຈະ​ສຶບຕໍ່​ເພີ່ມ​ທະວີ​ການ​ຍູ້​ແຮງ​ການ​ແລກປ່ຽນ​ການ​ຄ້າ, ຮ່ວມ​ມື​ພັດທະນາ​ບັນດາ​ໂຄງການ​ອຸປະຖຳ​ພັດທະນາ​ທາງ​ການ (ODA) ​ໄລຍະ​ຫຼັງ​ປີ 2016, ການລົງທຶນ​​ໂດ​ຍກົງ​ຈາກ​ຕ່າງປະ​ເທດ (FDI) ຢູ່​ຫວຽດນາມ. ພ້ອມ​ທັງ​ສະໜັບສະ​ໜູນ ​ແລະ ຊຸ​ກຍູ້​ການ​ເຈລະ​ຈາ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ ​ແລະ ກຸ່​ມການຄ​້າ​ເສລີ​ເອີ​ລົບ (EFTA) ​ບົນ​ພື້ນຖານຮັບປະກັນ​ຄວາ​​ມສົມດູ​ນ, ມີ​ມາດ​ຕະຖານ​ສູງ, ມີ​ການ​ຄິດ​ໄລ່​ເຖິງຄວາມ​ຜິດ​ດຽງກ່ຽວ​ກັບ​ລະດັບ​ພັດທະນາ​ລະ​ຫວ່າງ​ຫວຽດນາມ ກັບ​ບັນດາ​ປະ​ເທດສະມາຊິກ EFTA. ສ່ວນທ່ານຮອງ​ປະທານາທິບໍດີ Johnn Niklaus Schniuder Ammann ຢືນຢັນ​ວ່າ: ສະ​ວິດ ຍາ​ມ​ໃດ​ກໍ​ຖື​ການ​ເພີ​ມທະວີ​ການ​ຮ່ວມ​ມື​​ໃນ​ຫຼາຍ​ຂົງ​ເຂດ​ກັບ​ຫວຽດນາມ ​ເປັນ​ສຳຄັນ: ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ ​ແລະ EFTA ຈະ​ສ້າງ​​ກຳລັງ​ໜູນ​ໃຫ້​ແກ່​ການ​ເພີ່ມ​ທະວີການ​ພົວພັນ​ດ້ານ​ເສດຖະກິດ​ລະຫວ່າງ 2 ຝ່າຍ, ສ້າງ​ສະພາບ​​ແວດ​ລ້ອມ​ທີ່​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ສະ​ວິດ ​ດຳ​ເນີນ​ທຸລະ​ກິດ, ລົງທຶນ​ຢູ່​ຫວຽດນາມ.