ຍ້ອງຍໍແບບຢ່າງດີເດັ່ນຂອງກະຊວງ,ຂະແໜງການຕ່າງໆໄລຍະ2010-2015

Chia sẻ
(vovworld) – ຕອນ​​ເຊົ້າ​ວັນ​ທີ 13/11, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ເຂົ້າ​ຮ່ວມ​ພິທີ​ຍ້ອງຍໍ​​ບັນດາແບ​ບຢ່າງ​ດີ​ເດັ່ນຂອງ​ກະຊວງ, ຂະ​ແໜງ​ການຕ່າງໆ​​ໄລຍະ 2010 – 2015 ​ເຊິ່ງດຳ​ເນີນ​​ຢູ່​ຫໍ​ສະພາ​ແຫ່ງ​ຊາດ.
ຍ້ອງຍໍແບບຢ່າງດີເດັ່ນຂອງກະຊວງ,ຂະແໜງການຕ່າງໆໄລຍະ2010-2015 - ảnh 1
(ຍ້ອງຍໍ​​ແບບຢ່າງ​ດີ​ເດັ່ນຂອງ​ກະຊວງ,
ຂະ​ແໜງ​ການຕ່າງໆ​ໄລ​ຍະ2010-2015)


(vovworld) – ຕອນ​​ເຊົ້າ​ວັນ​ທີ 13/11, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ເຂົ້າ​ຮ່ວມ​ພິທີ​ຍ້ອງຍໍ​​ບັນດາແບ​ບຢ່າງ​ດີ​ເດັ່ນຂອງ​ກະຊວງ, ຂະ​ແໜງ​ການຕ່າງໆ​​ໄລຍະ 2010 – 2015 ​ເຊິ່ງດຳ​ເນີນ​​ຢູ່​ຫໍ​ສະພາ​ແຫ່ງ​ຊາດ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ​່ງ ​ເນັ້ນ​ໜັກ​ວ່າ ​ແບບຢ່າງ​ດີ​ເດັ່ນ 85 ຄົນ ທີ່​ໄດ້​ຮັບ​ການ​ຍ້ອງຍໍ​ໃນ​ຄັ້ງ​ນີ້ ລ້ວນ​ແຕ່ປະຕິ​ບັດ​ງານ​ຢູ່​ກຸ່ມ​ບັນດາ​ອົງການ​ສັງລວມ​, ສວມ​ບົດບາດ​ສຳຄັນ​ພິ​ເສດ ດ້ວຍ​ໜ້າ​ທີ່​ເປັນ​ເສ​ນາ​ທິການ​ຍຸດ​ທະ​ສາດ​ຂອງ​ພັກ, ລັດ; ​ວາງ​ແຜນ​ນະ​ໂຍບາຍ, ສ້າງ​ກົດໝາຍ ​ແລະ ຈັດ​ຕັ້ງ​ການ​ຜັນ​ຂະຫຍາຍ; ​ຫັນ​ເປັນ​ລະອຽດ, ນຳ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ​ກົດໝາຍ​ຂອງ​ລັດ ​ເຂົ້າ​ສູ່​ຊີວິດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊ​ິງຮຸ່ງ ປາດ​ຖະໜາ​ວ່າ, ​ແບບຢ່າງ​ດີ​ເດັ່ນ 85 ຄົນ​ໃນ​ຄັ້ງ​ນີ້​ພ້ອມ​ກັບ​ແບບຢ່າງ​ດີ​ເດັ່ນ​ທຸກ​ຂັ້ນນັບ​ພັນ​ຄົນ​ຂອງ 10 ຫົວໜ່ວຍ​ສະມາຊິກ​ໃນ​ກຸ່ມ ຈະ​ສືບຕໍ່​ເສີມ​ຂະຫຍາຍ​ຜົນງານ​ດີ​ເດັ່ນ, ມານະ​ພະຍາຍາມ​ແຂ່ງຂັນ; ສ້າງ​ກຳລັງ​ແຜ່​ລາມອອກ​ຢ່າງ​ແຮງ​ໃນ​ຫົວໜ່ວຍ, ກະຊວງ, ຂະ​ແໜງ​ຂອງ​ຕົນ.