ຍີ່ປຸ່ນເຊື້ອເຊີນຜູ້ຕາງໜ້າທີ່ມາຈາກ 195 ປະເທດເຂົ້າຮ່ວມເຫດການພະເຈົ້າຈັກກະພັດຍີ່ປຸ່ນອົງໃໝ່ຂຶ້ນຄອງລາດ

Chia sẻ
(VOVWORLD) -ວັນທີ 19 ມີນາ, ລັດຖະບານຍີ່ປຸ່ນ ໄດ້ປະກາດວ່າ ຈະສົ່ງຄຳເຊື້ອເຊີນຜູ້ຕາງໜ້າທີ່ມາຈາກ 195 ປະເທດ ເຂົ້າຮ່ວມເຫດການອົງມົງກຸດລາຊະກຸມມານ Naruhito ຂຶ້ນຄອງລາດ, ພາຍຫຼັງທີ່ພະເຈົ້າຈັກກະພັດຍີ່ປຸ່ນ Akihito ຈະສະຫຼະລາຊະບັນລັງໃນເດືອນເມສາ ຈະມາເຖິງ.

ຍີ່ປຸ່ນເຊື້ອເຊີນຜູ້ຕາງໜ້າທີ່ມາຈາກ 195 ປະເທດເຂົ້າຮ່ວມເຫດການພະເຈົ້າຈັກກະພັດຍີ່ປຸ່ນອົງໃໝ່ຂຶ້ນຄອງລາດ - ảnh 1 ພະເຈົ້າຈັກກະພັດຍີ່ປຸ່ນ Akihito

(ພາບ: Kyodo/AP)

ຕາມແຜນການ, ພິທີດັ່ງກ່າວຈະເລີ່ມດຳເນີນແຕ່ເວລາ 17 ໂມງ ຂອງວັນທີ 30 ເມສາ (ຕາມເວລາທ້ອງຖິ່ນ), ດ້ວຍການເຂົ້າຮ່ວມຂອງແຂກຖືກເຊີນ 300 ທ່ານ, ໃນນັ້ນມີທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ແລະ ບັນດາສະມາຊິກລັດຖະບານ.

        ວັນທີ 01 ພຶດສະພາ, ອົງມົງກຸດລາຊະກຸມມານ Naruhito ຈະຂຶ້ນຄອງລາດ. ພາຍຫຼັງພິທີຂຶ້ນຄອງລາດ, ພະເຈົ້າຈັກກະພັດຍີ່ປຸ່ນ ອົງໃໝ່ຈະພົບປະກັບຜູ້ເປັນຕົວແທນປະຊາຊົນທຳອິດ.

        ປີ 2016, ພະເຈົ້າຈັກກະພັດຍີ່ປຸ່ນ Akihito ໄດ້ສະແດງປາດຖະໜາຄວາມຢາກສະຫຼະບັນລັງຍ້ອນອາຍຸສູງ ແລະ ສຸຂະພາບບໍ່ຮັບປະກັນ.

ຕອບກັບ