ຍີ່​ປຸ່ນ ແລະ ມາ​ເລ​ເຊຍ ເນັ້ນ​ໜັກ​ເຖິງ​ພາກ​ພື້ນ​ມະ​ຫາ​ສະ​ໝຸດ​ອິນ​ເດ​ຍ - ປາ​ຊີ​ຟິກ​ເສ​ລີ ແລະ ​ເປີດກວ້າງ

Chia sẻ
(VOVWORLD) -   ໃນການໂອ້ລົມທາງໂທລະສັບໃນວັນທີ 20 ເມສາ, ບັນດາເຈົ້າໜ້າທີ່ ຍີ່ປຸ່ນ ແລະ ມາເລເຊຍ ໄດ້ເຫັນດີເປັນເອກະພາບສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ.
ຍີ່​ປຸ່ນ ແລະ ມາ​ເລ​ເຊຍ ເນັ້ນ​ໜັກ​ເຖິງ​ພາກ​ພື້ນ​ມະ​ຫາ​ສະ​ໝຸດ​ອິນ​ເດ​ຍ - ປາ​ຊີ​ຟິກ​ເສ​ລີ ແລະ ​ເປີດກວ້າງ - ảnh 1(ພາບ: theasiatoday.org)        

        ກະຊວງການຕ່າງປະເທດ ຍີ່ປຸ່ນ ໃຫ້ຮູ້ວ່າ ໃນການໂອ້ລົມທີ່ໃຊ້ເວລາ 20 ນາທີນັ້ນ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio  ແລະ ຄູ່ຕຳແໜ່ງ ມາເລເຊຍ Ismail Sabri Yaakob ເຫັນດີເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງຂຶ້ນຕື່ມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນ ມາເລເຊຍ ຮັບຮອງເອົານະໂຍບາຍ “ມຸ່ງໄປເຖິງທິດຕາເວັນອອກ” ຄົບຮອບ 40 ປີ ເພື່ອແນໃສ່ຮຽນຮູ້ປະສົບການຂອງ ຍີ່ປຸ່ນ ກ່ຽວກັບການເຕີບໂຕເສດຖະກິດ.

        ການນໍາສອງທ່ານກໍໄດ້ເຕື້ອງເຖິງບັນຫາສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ ມີການປະທະກັນຢູ່ ຢູແກຼນ. ທ່ານນາຍົກລັດຖະມົນຕີ Ismail Sabri Yaakob ຢັ້ງຢືນວ່າ ມາເລເຊຍ ພ້ອມແລ້ວທີ່ຈະຊຸກຍູ້ບັນດາຄວາມມານະພະຍາຍາມແກ້ໄຂການປະທະກັນນີ້ໂດຍສັນຕິວິທີ.


ຕອບກັບ