ຍີ່​ປຸ່ນ ​ແລະ ຈີນ ​ເຫັນ​ດີ​ເປັນ​ເອກະ​ພາບ ​ເຊື່ອມ​ຕໍ່​ການ​ເຈລະຈາກ່ຽວກັບ​ຄວາມໝັ້ນຄົງ​​ໃນ​ການ​ເດີນ​ເຮື​ອຄືນ​ໃໝ່

Chia sẻ
(VOVWORLD) -    ຍີ່ປຸ່ນ ແລະ ຈີນ ເຫັນດີເປັນເອກະພາບຈະຈັດຕັ້ງບັນດາການເຈລະຈາກ່ຽວກັບຄວາມໝັ້ນຄົງໃນການເດີນເຮືອລະຫວ່າງສອງຝ່າຍ ໃນໄລຍະເວລາທີ່ເໝາະສົມ ພາຍຫຼັງໂລກລະບາດໂຄວິດ - 19 ຜ່ອນຄາຍລົງ.
ຍີ່​ປຸ່ນ ​ແລະ ຈີນ ​ເຫັນ​ດີ​ເປັນ​ເອກະ​ພາບ ​ເຊື່ອມ​ຕໍ່​ການ​ເຈລະຈາກ່ຽວກັບ​ຄວາມໝັ້ນຄົງ​​ໃນ​ການ​ເດີນ​ເຮື​ອຄືນ​ໃໝ່ - ảnh 1ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ (ພາບ: Bloomberg/VOV)

        ກະຊວງການຕ່າງປະເທດ ຍີ່ປຸ່ນ ໃຫ້ຮູ້ວ່າ ຂໍ້ຕົກລົງທີ່ບັນລຸໄດ້ໃນກອງປະຊຸມອອນລາຍທີ່ຫາກໍໄດ້ຈັດຂຶ້ນນັ້ນ, 2 ຝ່າຍຕ່າງກໍຢັ້ງຢືນເຖິງຄວາມສໍາຄັນຂອງການຮັກສາການຕິດຕໍ່ພົວພັນ ສໍາລັບສະພາບການຢູ່ທະເລຮວາຕຸງ.

        ຂໍ້ຕົກລົງທີ່ບັນລຸໄດ້ໃນສະພາບການ ຈີນ ໄດ້ຈັດສົ່ງກໍ່າປັ່ນຕໍາຫຼວດທະເລໄປເຄື່ອນໄຫວເປັນປະຈໍາຢູ່ບໍລິເວນໃກ້ກັບໝູ່ເກາະ Senkaku ຕາມພາສາ ຍີ່ປຸ່ນ ຫຼື ຕຽວອີ ໃນພາສາ ຈີນ. ປັດຈຸບັນ, ໝູ່ເກາະດັ່ງກ່າວ ແມ່ນ ຍີ່ປຸ່ນ ຄວບຄຸມ ແຕ່ ຈີນ ກໍໄດ້ຖະແຫຼງປະກາດອະທິປະໄຕສໍາລັບໝູ່ເກາະດັ່ງກ່າວເຊັ່ນດຽວກັນ.

ຫວຽດຢຸງ, ນັກຂ່າວ VOV ປະຈໍາ ຍີ່ປຸ່ນ

 

ຕອບກັບ