ຍີ່ປຸ່ນ ຮຽກຮ້ອງໃຫ້ ອາຊຽນ ຮ່ວມມືກັບ OECD ເພື່ອພັດທະນາພື້ນຖານໂຄງລ່າງ

ຫວຽດຢູ້ງ- ນັກຂ່າວ VOV ປະຈຳຍີ່ປຸ່ນ
Chia sẻ
(VOVWORLD) - ທ່ານ Taro Kono, ລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ ຖືວ່າ: ອາຊຽນ ຄວນໝູນໃຊ້ບັນດາກາລະໂອກາດຈາກ OECD ແລະ ເນັ້ນໜັກເຖິງຄຸນນະພາບຂອງພື້ນຖານໂຄງລ່າງ

ຍີ່ປຸ່ນ ຕັ້ງໜ້າຮຽກຮ້ອງບັນດາປະເທດ ອາຊີ ຕາເວັນອອກສ່ຽງໃຕ້ ຮ່ວມມືແໜ້ນແຟ້ນກັບອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ເພື່ອແນໃສ່ຊຸກຍູ້ພື້ນຖານໂຄງລ່າງມີຄຸນນະພາບສູງ. ກ່າວຄຳເຫັນໃນກອງປະຊຸມໂດຍ ຍີ່ປຸ່ນ ແລະ OECD ຈັດຕັ້ງມີການເຂົ້າຮ່ວມຂອງ ລັດຖະມົນຕີບັນດາປະເທດ ອາຊຽນ ໃນວັນທີ 8 ມີນາ, ທ່ານ Taro Kono, ລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ ຖືວ່າ: ອາຊຽນ ຄວນໝູນໃຊ້ບັນດາກາລະໂອກາດຈາກ OECD ແລະ ເນັ້ນໜັກເຖິງຄຸນນະພາບຂອງພື້ນຖານໂຄງລ່າງສວມບົດບາດສຳຄັນເພື່ອຊ່ວຍໃຫ້ ອາຊຽນ ພັດທະນາເສດຖະກິດຢ່າງຮອບດ້ານ ແລະ ໝັ້ນຄົງ. ທ່ານ Kono ຢັ້ງຢືນວ່າຈະຊຸກຍູ້ການຮ່ວມມືລະຫວ່າງຝ່າຍຕ່າງໆເພື່ອແນໃສ່ຊຸກຍູ້ບັນດາສະມາຊິກ ອາຊຽນ ທີ່ຈະເຂົ້າຮ່ວມ OECD ໃນອະນາຄົດ.

        ກ່ຽວຂ້ອງເຖິງເຫດການລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ຄວາມກ້າວໜ້າຂ້າມ ປາຊີຟິກ (CPTPP), ທ່ານ Kono ຖືວ່າ: ທົ່ວພາກພື້ນ ຈະໄດ້ຮັບຜົນປະໂຫຍດຈາກສັນຍານີ້ ແລະ ເນັ້ນໜັກວ່າ ອາຊຽນ ແມ່ນແກ່ນສານໃນຍຸດທະສາດ “ຄວາມເສລີ ແລະ ເປີດປະຕູ ອິນເດຍ - ປາຊີຟິກ”, ມຸ່ງໄປເຖິງການປະຕິບັດກົດໝາຍບົນທະເລ ເພື່ອປັບປຸງສັນຕິພາບ ແລະ ຄວາມວັດທະນາຖາວອນຢູ່ພາກພື້ນ ອາຊີ ປາຊີຟິກ.

ຕອບກັບ