ຍີ່​ປຸ່ນ, ສ.ເກົາຫຼີ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ໜູນ​ຊ່ວຍ ຫວຽດ​ນາມ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ພາ​ຍຸ Yagi

Chia sẻ
(VOVWORLD) - ຕາມແຫຼ່ງຂ່າວຈາກສະຖານທູດ ຍີ່ປຸ່ນ ແລະ ສະຖານທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ແລ້ວ, ລັດຖະບານສອງປະເທດນີ້ໄດ້ຕົກລົງໜູນຊ່ວຍສິນຄ້າ, ເຄື່ອງອຸປະກອນສຸກເສີນໃຫ້ແກ່ລັດຖະບານ ຫວຽດນາມ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Yagi ກໍ່ຂຶ້ນຢູ່ບັນດາແຂວງ, ນະຄອນ ພາກເໜືອ. 
ຍີ່​ປຸ່ນ, ສ.ເກົາຫຼີ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ໜູນ​ຊ່ວຍ ຫວຽດ​ນາມ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ພາ​ຍຸ Yagi - ảnh 1ປະຊາຊົນ ອຽນບ໊າຍ ມ້ຽນອະນາໄມພາຍຫຼັງນ້ຳຖ້ວມ (ພາບ: TTXVN)

ວັນທີ 12 ກັນຍາ, ຕາມແຫຼ່ງຂ່າວຈາກສະຖານທູດ ຍີ່ປຸ່ນ ແລະ ສະຖານທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ແລ້ວ, ລັດຖະບານສອງປະເທດນີ້ໄດ້ຕົກລົງໜູນຊ່ວຍສິນຄ້າ, ເຄື່ອງອຸປະກອນສຸກເສີນໃຫ້ແກ່ລັດຖະບານ ຫວຽດນາມ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Yagi ກໍ່ຂຶ້ນຢູ່ບັນດາແຂວງ, ນະຄອນ ພາກເໜືອ. ເຄື່ອງຊ່ວຍເຫຼືອສຸກເສີນ ຈະໄດ້ສົ່ງຜ່ານອົງການຮ່ວມມືສາກົນ ຍີ່ປຸ່ນ (JICA). ລັດຖະບານ ສ.ເກົາຫຼີ ໄດ້ຕົກລົງສະໜອງເຄື່ອງຊ່ວຍເຫຼືອມະນຸດສະທຳໃຫ້ແກ່ ຫວຽດນາມ ລວມມູນຄ່າ 2 ລ້ານ USD.

        ຕາມທ່ານນາງ Pauline Tamesis ຜູ້ປະສານງານອົງການ ສປຊ ປະຈຳ ຫວຽດນາມ ແລ້ວ, ບັນດາອົງການຮັບຜິດຊອບແຕ່ລະຂົງເຂດສະເພາະຈະໃຫ້ການຊ່ວຍເຫຼືອໃນແຕ່ລະບັນຫາລະອຽດ ເຊັ່ນ ກອງທຶນເພື່ອເດັກສາກົນ (UNICEF) ຈະຊ່ວຍເຫຼືອໃນບັນຫາກ່ຽວກັບເດັກ, ອົງການສາທາລະນະສຸກ ຈະໃຫ້ການຊ່ວຍເຫຼືອກ່ຽວກັບຢຸກຢາ, ປິ່ນປົວພະຍາດ… ບັນດາອົງການຈັດຕັ້ງສາກົນຄື ອົງການຮ່ວມມືສາກົນ ຍີ່ປຸ່່ນ (JICA), ອົງການອາຫານ ແລະ ການກະເສດ ສປຊ (FAO), ອົງການຮ່ວມມືພັດທະນາເຢຍລະມັນ, ອົງການພັດທະນາສາກົນຂອງ ອາເມລິກາ, ສະຖານທູດບັນດາປະເທດ ອັງກິດ, ສະວິດ, ການາດາ, ຍີ່ປຸ່ນ, ອົດສະຕາລີ ກໍໄດ້ຍົກອອກຄຳໝັ້ນສັນຍາໃຫ້ການຊ່ວຍເຫຼືອເຊັ່ນດຽວກັນ.

ຕອບກັບ