ຍີ່ປຸ່ນ ຕົກລົງເຊື່ອມຕໍ່ການເຈລະຈາ 2 ຝ່າຍກັບ ສປປ ເກົາຫຼີ

Viet Dung, ນັກຂ່າວ VOV ປະຈຳ ຍີ່ປຸ່ນ
Chia sẻ
ຍີ່ປຸ່ນ ຫາ​ກໍ່​ຢັ້ງຢືນວ່າ ຈະ​ກັບ​ຄືນ​ສູ່​ຮອບ​ເຈລະຈາ 2 ຝ່າຍ​ກັບ ສປປ ​ເກົາຫຼີ ຢ່າງ​ເປັນ​ທາງ​ການ, ​ເຊິ່ງເຄີຍ​ຖືກ​ຢຸດ​ສະງັກ​ໃນ​ຕະຫຼອດ 4 ປີ​ຜ່ານ​ມາ
ຍີ່ປຸ່ນ ຕົກລົງເຊື່ອມຕໍ່ການເຈລະຈາ 2 ຝ່າຍກັບ ສປປ ເກົາຫຼີ - ảnh 1
ການນຳ ສປປ ເກົາຫຼີ Kim Jong Un

(vovworld) – ຍີ່ປຸ່ນ ຫາ​ກໍ່​ຢັ້ງຢືນວ່າ ຈະ​ກັບ​ຄືນ​ສູ່​ຮອບ​ເຈລະຈາ 2 ຝ່າຍ​ກັບ ສປປ ​ເກົາຫຼີ ຢ່າງ​ເປັນ​ທາງ​ການ, ​ເຊິ່ງເຄີຍ​ຖືກ​ຢຸດ​ສະງັກ​ໃນ​ຕະຫຼອດ 4 ປີ​ຜ່ານ​ມາ. ​ໄດ້​ມີ​ການ​​ແຈ້ງ​ຂ່າວ​ດັ່ງກ່າວ​ກ່ອນ​ທີ່ຄະນະ​ປະຕິບັດ​ງານຂອງ​ສະພາກາ​ແດ​ງ 2 ປະ​ເທດ​ພົບ​ປະກັນ​ຢູ່​ນະຄອນ​ຫຼວງ ປັກ​ກິ່ງ ​ໃນ​ທ້າຍ​ອາທິດຜ່ານ​ມາ. ກອງ​ປະຊຸມ​ໄດ້​ເຫັນ​ດີ​ເປັນ​ເອກະພາບ​ກັນຈະ​ສະ​ເໜີ​ໃຫ້​ລັດຖະບານ 2 ປະ​ເທດ​ເຊື່ອມ​ຕໍ່ການ​ເຈລະຈາ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ຊອກ​ຫາ​ອັດຖິ​ທະຫານ ຍີ່ປຸ່ນ ​ເສຍ​ຊີວິດ​ຢູ່ ສປປ ​ເກົາຫຼີ ​ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ 2. ​ເລື່ອງ​ເຊື່​ອມຕໍ່​ການ​ເຈລະຈາ 2 ຝ່າຍ​ກໍ​ຈະ​ຊ່ວຍ​​ໃຫ້ ຍີ່ປຸ່ນ​ຫຼຸ​ດຜ່ອນ​ການຂຶ້ນ​ກັບ​ ​ ອາ​ເມ​ລິ​ກາ ​ແລະ ສ ​ເກົາຫຼີ ​ໃນນະ​ໂຍບາຍ​ຕໍ່ກັບ ສປປ ​ເກົາຫຼີ. ກ່ຽວ​ກັບປະຕິ​ກິລິຍາ​ພາຍຫຼັງຂໍ້​ຕົກລົງ​ຂອງ ຍີ່ປຸ່ນ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ​ອາ​ເມ​ລິ​ກາ Victoria Nuland ​ໄດ້ຢືນຢັນ​ວ່າ: ອາ​ເມ​ລິ​ກາ ຈະ​ຕິດຕາມ​ກວດກາ​ໝາກຜົນ​ແຫ່ງ​ການ​ພົບ​ປະ​ຄັ້ງ​ນີ້, ຖື​ວ່າ ​ແຕ່ລະ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ການ​ເຈລະຈາ 6 ຝ່າຍ ລ້ວນ​ແຕ່​ສາມາດ​ຕິດ​ຕໍ່​ກັບ ສປປ ​ເກົາຫຼີ ຢ່າງ​ເສລີ ​ເພື່ອ​ຮັບ​ໃຊ້​ໃຫ້​​​ແກ່​ຈຸດປະສົງ​ລວມ.  ​ເລື່ອງ ຍີ່ປຸ່ນ ຕົກລົງ​ເຊື່ອມ​ຕໍ່​ການ​ເຈລະຈາ 2 ຝ່າຍ​ແມ່ນ​ເລີ່​ມມາ​ຈາກ​ຄວາມ​ຕ້ອງ​ການ​ພົວພັນ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ​ໃນ​ຂະນະ​ທີ່ ສປປ ​ເກົາຫຼີ ພວມ​ຕັ້ງ​ຄວາມ​ຫວັງ​ຕໍ່ການ​ເຈລະຈາ​ເຊິ່ງລວມມີ​ການ​ໜູນ​ຊ່ວຍ​ທັງ​ດ້ານ​ເສດຖະກິດ​ຈາກ ຍີ່ປຸ່ນ.