ຍົກ​ສູງ​ບົດ​ບາດ​ຂອງ​ການ​ທູດ​ປະ​ຊາ​ຊົນ​ໃນ​ການ​ເຊື່ອມ​ຕໍ່​ລະ​ດົມ​ແຫຼ່ງ​ກຳ​ລັງ

Chia sẻ
(VOVWORLD) - ທ່ານໂຮ່ກີມິງ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນດ່ານັ້ງແລ້ວ, ລະບົບຊີວະນາໆພັນເລີ່ມ Startup ປ່ຽນແປງໃໝ່ນະວັດຕະກຳ ຂອງນະຄອນ ໄດ້ສ້າງຂຶ້ນ ແລະ ພັດທະນາກັບຫຼາຍປັດໄຈທີ່ຫຼາຍຮູບແບບ.
ຍົກ​ສູງ​ບົດ​ບາດ​ຂອງ​ການ​ທູດ​ປະ​ຊາ​ຊົນ​ໃນ​ການ​ເຊື່ອມ​ຕໍ່​ລະ​ດົມ​ແຫຼ່ງ​ກຳ​ລັງ - ảnh 1ບັນດາຜູ້ແທນເຂົ້າຮ່ວມ ກອງປະຊຸມສຳມະນາ (ພາບ: TTXVN)

ກອງປະຊຸມສຳມະນາສາກົນ “ພັດທະນາລະບົບຊີວະນາໆພັນເລີ່ມ Startup ນະວັດຕະກຳ ຢູ່ ດ່ານັ້ງ ແລະ ບົດບາດຂອງການທູດປະຊາຊົນໃນການເຊື່ອມຕໍ່ລະດົມແຫຼ່ງກຳລັງ” ໂດຍຄະນະກຳມະການນະຄອນ ດ່ານັ້ງ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ສົມທົບກັບສະຖານທູດ ບາງປະເທດ, ບັນດາໜ່ວຍງານທີ່ກ່ຽວຂ້ອງຈັດຂຶ້ນ.

ຕາມທ່ານໂຮ່ກີມິງ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນດ່ານັ້ງແລ້ວ, ລະບົບຊີວະນາໆພັນເລີ່ມ Startup ປ່ຽນແປງໃໝ່ນະວັດຕະກຳ ຂອງນະຄອນ ໄດ້ສ້າງຂຶ້ນ ແລະ ພັດທະນາກັບຫຼາຍປັດໄຈທີ່ຫຼາຍຮູບແບບເຊິ່ງໄດ້ເຊື່ອມຕໍ່, ໜູນຊ່ວຍເຊິ່ງກັນແລະກັນ. ທາງນະຄອນໄດ້ປະກາດໃຊ້ຫຼາຍກົນໄກ, ນະໂຍບາຍ, ໂຄງການ,ແຜນການ ສ້າງພື້ນຖານນິຕິກຳ ເພື່ອແນໃສ່ຍູ້ແຮງບັນດາການເຄື່ອນໄຫວເລີ່ມ Startup ນະວັດຕະກຳ. ພື້ນຖານວັດຖຸເຕັກນິກຮັບໃຊ້ການພັດທະນາ Startup ນະວັດຕະກຳ ໄດ້ຮັບການລົງທຶນເທື່ອລະກ້າວ. ປະຊາຄົມວິສາຫະກິດເລີ່ມ Startup ນະວັດຕະກຳ ໄດ້ເພີ່ມຂຶ້ນກ່ຽວກັບຈຳນວນ ແລະ ຄຸນນະພາບຢ່າງບໍ່ຢຸດຢັ້ງ, ໃນນັ້ນມີບາງວິສາຫະກິດເລີ່ມ Startup ນະວັດຕະກຳ ດຶງດູດໄດ້ເງິນລົງທຶນຈາກບັນດາກອງທຶນ ການລົງທຶນພາຍໃນປະເທດ ແລະ ສາກົນ.

ຕອບກັບ