ຊອກ​ຫາ, ບຳ​ລຸງ​ສ້າງແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ສຳ​ລັບ​ຂົງ​ເຂດ logistics ຢູ່ ຫວຽດ​ນາມ

Chia sẻ
(VOVWORLD) -ວັນທີ 27 ສິງຫາ, ໄດ້ດຳເນີນວັນບຸນຂໍ້ມູນ - Information Day ເພື່ອແນໃສ່ມຸ່ງໄປເຖິງການກຳນົດທິດ ແລະ ແກ້ຂໍ້ຕິດຂັດຂອງບັນດານັກສຶກສາທີ່ກ່ຽວຂ້ອງເຖິງການເສັງຄວາມສາມາດໜຸ່ມ logistics ຫວຽດນາມ ປີ 2022. 
ຊອກ​ຫາ, ບຳ​ລຸງ​ສ້າງແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ສຳ​ລັບ​ຂົງ​ເຂດ logistics ຢູ່ ຫວຽດ​ນາມ - ảnh 1ຜູ້ແທນເຂົ້າຮ່ວມວັນບຸນ (ພາບ: VOV)

ວັນທີ 27 ສິງຫາ, ໄດ້ດຳເນີນວັນບຸນຂໍ້ມູນ - Information Day ເພື່ອແນໃສ່ມຸ່ງໄປເຖິງການກຳນົດທິດ ແລະ ແກ້ຂໍ້ຕິດຂັດຂອງບັນດານັກສຶກສາທີ່ກ່ຽວຂ້ອງເຖິງການເສັງຄວາມສາມາດໜຸ່ມ logistics ຫວຽດນາມ ປີ 2022. ວັນບຸນດັ່ງກ່າວຖືກຈັດຂຶ້ນຕາມຮູບແບບທາງໄກຜ່ານລະບົບ Zoom Meetings ສົມທົບກັບການຖ່າຍທອດສົດຜ່ານ fanpage Vietnam Young Logistics Talents.

        ການເສັງຄວາມສາມາດໜຸ່ມ Logistics ຫວຽດນາມ” - Vietnam Young Logistics Talents ແມ່ນການເສັງປະຈຳປີ ໂດຍສະມາຄົມພັດທະນາຊັບພະຍາກອນມະນຸດ ຫວຽດນາມ (Valoma), ສົມທົບກັບກົມນຳເຂົ້າ - ສົ່ງອອກ (ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ) ຈັດຂຶ້ນ. ປີ 2022, ແມ່ນການເສັງຄັ້ງທີ 5 ຂອງການຊອກຫານັກສຶກສາຜູ້ມີກຳລັງຄວາມສາມາດ, ພ້ອມທັງຢັ້ງຢືນທີ່ຕັ້ງສຳຄັນຂອງຂະແໜງ Logistics ສຳລັບພື້ນຖານເສດຖະກິດ ຫວຽດນາມ.

        ການເສັງດັ່ງກ່າວຈະດຳເນີນພາຍໃນເວລາ 2 ເດືອນ, ໂດຍເລີ່ມແຕ່ເດືອນກັນຍາ ແລະ ຈະສິ້ນສຸດລົງໃນກາງເດືອນ ພະຈິກ.

ງອກແອັງ

ຕອບກັບ