ຊຸມວັນວັດທະນະທຳ Kazakhstan ຢູ່ ຫວຽດນາມ

Chia sẻ

ຊຸມ​ວັນ​ວັດທະນະທຳ Kazakhstan ຢູ່ ຫວຽດນາມ

ຊຸມວັນວັດທະນະທຳ Kazakhstan ຢູ່ ຫວຽດນາມ - ảnh 1
ລາຍການຟ້ອນໃນຊຸມ​ວັນ​ວັດທະນະທຳ Kazakhstan ຢູ່ ຫວຽດນາມ

(vovworld) – ຕອນ​ຄຳ່​ວັນ​ທີ 13/6, ຢູ່​ໂຮງ​ລະຄອນ​ໃຫຍ່, ຮ່າ​ໂນ້ຍ ​ໄດ້​ດຳ​ເນີນ​ລາຍການ​ສະ​ແດງ​ສິລະ​ປະ​ຂອງ​ຄະນະ​ສິລະ​ປະ Kazakhstan ​ໂດຍ​ກະຊວງວັດທະນະ​ທຳ ​ແລະ ຖະ​ແຫຼ​ງຂ່າວ Kazakhstan ພ້ອມ​ກັບ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ສົມທົບ​ກັນ​ຈັດ​ຕັ້ງ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ນອນ​ໃນ​ຂອບ​ເຂດ “ຊຸມ​ວັນ​ວັດທະນະທຳ Kazakhstan ຢູ່ ຫວຽດນາມ ປີ 2013”. ກ່າວ​ຄຳ​​ເຫັນທີ່​ພິທີ​ໄຂ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ​ເລ​ແຄ໋ງຫາຍ ​ແລະ ທ່ານຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ ​ແລະ ຖະ​ແຫຼ​ງຂ່າວ Kazakhstan ລ້ວນ​ແຕ່​ຖື​ວ່າ: “ຊຸມ​ວັນ​ວັດທະນະທຳ Kazakhstan ຢູ່ ຫວຽດນາມ” ​ແມ່ນ​ພະຍານ​ຫຼັກ​ຖານ​ຢ່າງ​ຈະ​ແຈ້ງ​ທີ່​ສະ​ແດງ​ໃຫ້​ເຫັນ​ການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ, ພ້ອມ​ທັງ​ປະ​ກອບ​ສ່ວນ​ເພີ່ມ​ທະວີ​ເປີດ​ກ້ວາງ​ການ​ພົວພັນ​ແລ​ກປ່ຽນ, ການຮ່ວມ​ມື​ກັບສາກົນ​, ​ແມ່ນ​ໂອກ​າດ​​ເພື່ອແນະນຳ​ເຖິງ​ປະຊາຊົນ ຫວຽດນາມ ກ່ຽວ​ກັບປະ​ເທດ​ Kazakhstan ທີ່​ສວຍ​ງາມ, ສັນຕິ​ສຸກດ້ວຍ​​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ. ການ​ພົວພັນ​ຮ່ວມ​ມື, ການ​ແລກປ່ຽນ​ວັດທະນະທຳ​ສິລະ​ປະ​ຈະ​ປະກອບສ່ວນ​ເພີ່​ມທະວີ​ຄວາມ​ສາມັກຄີ, ມິດຕະພາບ, ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ ຫວຽດນາມ - Kazakhstan ​ໃຫ້ສືບ​ຕໍ່​ພັດທະນາ​ດີງາມ​ກ່ວາ​ອີກ ​ແລະ ​ນັບ​ມື້​ນັບ​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທີ່​ຕັ້ງ​ບົດບາດ​ຂອງ​ 2 ປະ​ເທດ.