ຊຸກຍູ້ການຮ່ວມມືລະຫວ່າງແຂວງ ກວາງນາມ ກັບບັນດາທ້ອງຖິ່ນຂອງ ຍີ່ປຸ່ນ

Chia sẻ
(VOVWORLD) - ເຫດການ “ຊຸມວັນວັດທະນະທຳ ຍີ່ປຸ່ນ ຢູ່ ແຂວງ ກວາງນາມ” ແລະ ລາຍການ “ພົວພັນແລກປ່ຽນວັດທະນະທຳ ໂຫ້ຍອານ - ຍີ່ປຸ່ນ ຄັ້ງທີ 16 ປີ 2018”

ມຸ່ງໄປເຖິງການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ ໄດ້ສິ້ນສຸດລົງໃນວັນທີ 19 ສິງຫາ ຢູ່ຄຸ້ມຖະໜົນເກົ່າ ໂຫ້ຍອານ, ແຂວງ ກວາງນາມ ຢ່າງຈົບງາມ.

ຊຸກຍູ້ການຮ່ວມມືລະຫວ່າງແຂວງ ກວາງນາມ ກັບບັນດາທ້ອງຖິ່ນຂອງ ຍີ່ປຸ່ນ - ảnh 1 ຊຸກຍູ້ການຮ່ວມມືລະຫວ່າງແຂວງ ກວາງນາມ ກັບບັນດາທ້ອງຖິ່ນຂອງ ຍີ່ປຸ່ນ

         ໃນ 2 ເຫດການດັ່ງກ່າວ ລວມມີບັນດາການເຄື່ອນໄຫວຄື: ພົບປະແລກປ່ຽນ, ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືເສດຖະກິດ, ຮຽກຮ້ອງການລົງທຶນ; ແບ່ງປັບບົດຮຽນໃນການກໍ່ສ້າງຕົວເມືອງອັດສະລິຍະທີ່ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ; ແລກປ່ຽນວັດທະນະທຳ, ວັນນະຄະດີ ແລະ ພື້ນຖານການສຶກສາ ຍີ່ປຸ່ນ…ໂດຍຜ່ານເຫດການນີ້ ໄດ້ຢືນຢັນຄວາມສຳຄັນຂອງການເຄື່ອນໄຫວພົວພັນແລກປ່ຽນ, ການຮ່ວມມືລະຫວ່າງແຂວງ ກວາງນາມ ກັບບັນດາທ້ອງຖິ່ນ ແລະ ຄູ່ຮ່ວມມື ຍີ່ປຸ່ນ, ຮັດແໜ້ນນ້ຳໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດ, ປະກອບສ່ວນນຳການພົວພັນ ຫວຽດນາມ - ຍີ່ປຸ່ນ ໃຫ້ນັບມື້ນັບພັດທະນາດີງາມກ່ວາ.

ຕອບກັບ