ຈີນ ເພີ່ມທະວີການພົວພັນຮ່ວມມື ກັບບັນດາປະເທດ ອາຊຽນ

Chia sẻ
ວັນ​ທີ 25/9, ຢູ່​ນອກ​ກອງ​ປະຊຸມ​ຂອງ​ສະມັດ​ຊາ​ໃຫຍ່ ສະຫະ​ປະຊາ​ຊາດ ຄັ້ງ​ທີ 67 ພວມ​ດຳ​ເນີນ​ໄປ​ຢູ່​ນະຄອນ ນິວຢອກ ສະຫະລັດ ອາ​ເມ​ລິ​ກາ, ທ່ານ ຢາງ​ເຈ້ຍ​ຊື້ ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ ​ໄດ້​ມີ​ການ​​ເຈລະຈາ​ກັບ​ບັນດາ​ຄູ່​ຕຳ​ແຫນ່​ງຂອງ​ອິນ​ໂດ​ເນ​ເຊຍ, ລາວ ​ແລະ ມ້ຽນ​ມາ

ຈີນ ເພີ່ມທະວີການພົວພັນຮ່ວມມື         ກັບບັນດາປະເທດ ອາຊຽນ - ảnh 1
ທ່ານ ຢາງ​ເຈ້ຍ​ຊື້ ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ ແລະ ທ່ານ Netalegawa ລັດຖະມົນຕີ​ການ​ຕ່າງປະ​ເທດ ອິ​ນ​ໂດ​ເນ​ເຊຍ
ພາບ: internet


(vovworld) - ວັນ​ທີ 25/9, ຢູ່​ນອກ​ກອງ​ປະຊຸມ​ຂອງ​ສະມັດ​ຊາ​ໃຫຍ່ ສະຫະ​ປະຊາ​ຊາດ ຄັ້ງ​ທີ 67 ພວມ​ດຳ​ເນີນ​ໄປ​ຢູ່​ນະຄອນ ນິວຢອກ ສະຫະລັດ ອາ​ເມ​ລິ​ກາ, ທ່ານ ຢາງ​ເຈ້ຍ​ຊື້ ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ ​ໄດ້​ມີ​ການ​​ເຈລະຈາ​ກັບ​ບັນດາ​ຄູ່​ຕຳ​ແຫນ່​ງຂອງ​ອິນ​ໂດ​ເນ​ເຊຍ, ລາວ ​ແລະ ມ້ຽນ​ມາ. ທ່ານ ຢາງ​ເຈ້ຍ​ຊື້ ​ໄດ້​ເນ​ັ້ນຫນັກ​ວ່າ ການ​ພົວພັນ​ສອງ​ຝ່າຍ ລະຫວ່າງ ຈີນ ​ແລະ ອິນ​ໂດ​ເນ​ເຊຍ ພວມ​ຢູ່ໃນທ່າ​ພັດທະນາ​ຮອບດ້ານ ​ແລະ ຈີນ ພ້ອມ​ແລ້ວ​ຮ່ວມ​ມື​ກັບ ອິນ​ໂດ​ເນ​ເຊຍ​ໃນ​ການ​ຊຸກຍູ້​ສາຍພົວພັນ​ນີ້​ຍິ່ງກວ່າ​ອີກ. ນອກ​ນັ້ນ ທ່ານ​  ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ ຂໍ​ໃຫ້​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ປັດ​​ໄຈ​ທີ່​ຂາດ​ຄວາມ​ສະຖຽນ​ລະ​ພາບ​ພວມ​ນັບ​ມື້​ນັບ​ເພີ່ມ​ການ​ນາບ​ຂູ່​ຕໍ່ຄວາມ​ໝັ້ນຄົງ​ຢູ່​ພາກ​ພື້ນ ອາຊີ - ປາຊີ​ຟີ​ກ ພ້ອມ​ທັງ​ຮຽກຮ້ອງ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ຕ້ອງ​ຕິດ​ພັນ​ກັບ​ຈຸດໝາຍ​ພັດທະນາ​ເສດຖະກິດ ​ແລະ ຊຸກຍູ້​ສັນຕິພາບ​ໃນ​ພາກ​ພື້ນ. ສ່ວນ​ທ່ານ Netalegawa ລັດຖະມົນຕີ​ການ​ຕ່າງປະ​ເທດ ອິ​ນ​ໂດ​ເນ​ເຊຍ ຖື​ວ່າ​: ຈີນ ຍັງ​ຄົງ​ຮັກສາ​ສາຍ​ພົວພັນ​ອັນ​ດີງາມ​ກັບ​ສະມາຊິກ ອາ​ຊຽນ ​ແລະ ຢາ​ກາກ​ຕາ ພ້ອມ​ແລ້ວທີ່ຈະ ຮ່ວມ​ມື​ກັບ ປັກ​ກິ່ງ ​ເພື່ອ​ເພີ່ມ​ພູ​ນຄູນ​ສ້າງສາ​ຍພົວພັນ​ຮ່ວມ​ມື​ນີ້. ທີ່​ການ​ພົບ​ປະ​ກັບ​ຮອງ​ນາຍົກລັດຖະມົນຕີ ສປປ ລາວ ທອງ​ລຸນ ສີ​ສຸ​ລິດ, ທ່ານ ຢາງ​ເຈ້ຍ​ຊື້ ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ ຢືນຢັນ​ວ່າ: ຈີນ ພ້ອມ​ແລ້ວ ຮ່ວມ​ມື​ກັບ ສປປ ລາວ ຫັນ​ບັນດາ​ຄຳ​ໝັ້ນ​ສັນຍາ​ກໍ​ຄື​ຊຸກຍູ້​ແຜນການ​ດຳ​ເນີນ​ງານ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ​ໂດຍ​ອີງ​ໃສ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ. ກ່າວ​ຄຳ​ເຫັນ​​ໃນ​ວັນ​ດຽວ​ກັນທີ່​ການ​ຕ້ອນຮັບ​ລັດຖະມົນຕີ ມ້ຽນ​ມາ Wunna Maung Lwin, ທ່ານ ຢາງ​ເຈ້ຍ​ຊື້ ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ ​ໄດ້​ຕີ​ລາຄາ​ສູງ​ບາດກ້າວ​​ໃຫມ່​ຊຶ່ງ​ສອງ​ປະ​ເທດ​ບັນລຸ​ໄດ້​ໃນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ ​ແລະ ມະນຸດສະທຳ.