ຈັດງານບຸນບູຊາບິດາ ລາກລອງກວັນ ແລະ ຖະຫວາຍທູບທຽນພະແມ່ເອົາເກີ

Chia sẻ
(VOVWORLD) - ບັນດາພິທີກຳໄດ້ຈັດຂຶ້ນຢ່າງສົມກຽດ ຕາມພິທີມູນເຊື້ອ, ຜ່ານນັ້ນສະແດງໄດ້ຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, ການ ຕອບບຸນຄຸນຂອງລຸ້ນປະຈຸບັນຕໍ່ບັນພະບຸລຸດ.
ຈັດງານບຸນບູຊາບິດາ ລາກລອງກວັນ ແລະ ຖະຫວາຍທູບທຽນພະແມ່ເອົາເກີ - ảnh 1ການນຳແຂວງ ຝູເທາະຖະຫວາຍທູບທຽນຢູ່ວິຫານບິດາ ລາກລອງກວັນ

ວັນທີ 14 ເມສາ (ກົງກັບວັນທີ 6 ເດືອນ 3 ໄລ່ຕາມຈັນທະປະຕິທິນ), ຢູ່ວິຫານບິດາ ລາກລອງກວັນ ແລະ ວິຫານ ພະແມ່ເອົາເກີ ຂຶ້ນກັບເຂດປູຊະນີຍະສະຖານປະຫວັດສາດ ວິຫານຮຸ່ງ, ນະຄອນ ວຽດຈີ່, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ຝູເທາະ ໄດ້ຕາງໜ້າໃຫ້ພໍ່ແມ່ປະຊາຊົນ, ນັກຮົບໃນທົ່ວປະເທດ, ພໍ່ແມ່ພີນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ຈັດພິທີບູຊາບິດາ ລາກລອງກວັນ ແລະ ຖະຫວາຍທູບທຽນໄຫວ້ອາໄລ ພະແມ່ ເອົາເກີ.

ພາຍຫຼັງພິທີບູຊາ ບິດາ ລາກລອງກວັນ, ຄະນະຜູ້ແທນແຂວງ ຝູເທາະ ພ້ອມກັບປະຊາຊົນເປັນຈຳນວນຫຼວງຫຼາຍ ໄດ້ຖະຫວາຍທູບທຽນ, ດອກໄມ້, ເຄື່ອງຂອງບູຊາ ເພື່ອສະແດງຄວາມຮູ້ບຸນຄຸນ, ໄຫວ້ອາໄລຄຸນງາມຄວາມດີຂອງພະແມ່ ເອົາເກີ.

ບັນດາພິທີກຳໄດ້ຈັດຂຶ້ນຢ່າງສົມກຽດ ຕາມພິທີມູນເຊື້ອ, ຜ່ານນັ້ນສະແດງໄດ້ຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, ການ ຕອບບຸນຄຸນຂອງລຸ້ນປະຈຸບັນຕໍ່ບັນພະບຸລຸດ.

ພິທີບູຊາເຈົ້າຊີວິດຮຸ່ງ ງານບຸນວິຫານຮຸ່ງ ແລະ ສັບປະດາ ວັດທະນະທຳ - ທ່ອງທ່ຽວເຂດດິນແດນບັນພະບຸລຸດ ປີ 2024 ຈັດຂຶ້ນໃນລະຫວ່າງວັນທີ 09 – 18 ເມສາ (ກົງກັບວັນທີ 1 – 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ) ຢູ່ເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງ, ນະຄອນ ວຽດຈີ່ ແລະ ບັນດາເມືອງ, ເທດສະບານ, ນະຄອນ ໃນແຂວງ ຝູເທາະ.

ຕອບກັບ