ງານວາງສະແດງຮູບຖ່າຍສະເຫຼີມສະຫຼອງ 58 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອານເຊຣີ

Chia sẻ
(VOVWORLD) - ວັນທີ 28 ຕຸລາ, ສະຖານທູດ ຫວຽດນາມ ປະຈຳ ອານເຊຣີ ໄດ້ສົມທົບກັບກົມສຳເນົາເອກະສານແຫ່ງຊາດ ອານເຊຣີ ຈັດຕັ້ງງານວາງສະແດງຮູບຖ່າຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 58 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອານເຊຣີ (28/10/1962 – 28/10/2020).
ງານວາງສະແດງຮູບຖ່າຍສະເຫຼີມສະຫຼອງ 58 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອານເຊຣີ - ảnh 1 ງານວາງສະແດງຮູບຖ່າຍສະເຫຼີມສະຫຼອງ 58 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອານເຊຣີ (ພາບ: TTXVN)

        ງານວາງສະແດງໄດ້ແນະນຳຮູບຖ່າຍປະມານ 50 ແຜ່ນ ແມ່ນບັນດາຂີດໝາຍສຳຄັນໃນປະຫວັດສາດແຫ່ງການພົວພັນລະຫວ່າງ ຫວຽດນາມ - ອານເຊຣີ, ເປັນຕົ້ນແມ່ນຮູບຖ່າຍຈົດໝາຍທາງການທູດປະກາດວ່າລັດຖະບານ ຫວຽດນາມ ຮັບຮູ້ລັດຖະບານຊົ່ວຄາວ ສ.ອານເຊຣີ ໃນວັນທີ 26 ກັນຍາ 1958, ບັນດາການຢ້ຽມຢາມຂອງການນຳຂັ້ນສູງ 2 ປະເທດ, ຂະບວນການຮ່ຳຮຽນຝຶກແອບ ແລະ ແຂ່ງຂັນມວຍພື້ນເມືອງ ຫວຽດນາມ ຢູ່ ອານເຊຣີ…ເນື່ອງໃນໂອກາດນີ້, ຜູ້ທີ່ມາຊົມງານວາງສະແດງຍັງໄດ້ຮັບການແນະນຳ ແລະ ຮັບປະທານບາງເຍື່ອງອາຫານພື້ນເມືອງຂອງ ຫວຽດນາມ.

ຕອບກັບ