ງານວາງສະແດງຮູບຖ່າຍ, ຮູບເງົາສາລະຄະດີ - ເອກະສານໃນປະຊາຄົມ ອາຊຽນ ປີ 2018

Chia sẻ
(VOVWORLD) - ວັນທີ 07 ກັນຍາ ທີ່ແຂວງ ກາວບັງ ໄດ້ດຳເນີນງານວາງສະແດງຮູບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານໃນປະຊາຄົມ ອາຊຽນ ປີ 2018.
 ງານວາງສະແດງຮູບຖ່າຍ, ຮູບເງົາສາລະຄະດີ - ເອກະສານໃນປະຊາຄົມ ອາຊຽນ ປີ 2018 - ảnh 1  ງານວາງສະແດງຮູບຖ່າຍ, ຮູບເງົາສາລະຄະດີ - ເອກະສານໃນປະຊາຄົມ ອາຊຽນ ປີ 2018 (ພາບ: TTXVN)

ງານວາງສະແດງດັ່ງກ່າວ ມີຮູບຖ່າຍປະມານ 500 ແຜ່ນ ແລະ ຮູບເງົາສາລະຄະດີ - ເອກະສານປະມານ 60 ເລື່ອງກ່ຽວກັບ ອາຊຽນ ໄດ້ນຳມາວາງສະແດງ ແລະ ສາຍຢູ່ໃນງານ. ງານວາງສະແດງໄດ້ນຳມາໃຫ້ຜູ້ຊົມກ່ຽວກັບບັນດາຮູບພາບທີ່ແທດຈິງກ່ຽວກັບປະເທດ ແລະ ປະຊາຊົນບັນດາປະເທດ ອາຊຽນ, ວັດທະນະທຳ, ຮີດຄອງປະເພນີຂອງບັນດາປະເທດ ອາຊຽນ, ປົກປັກຮັກສາສິ່ງແວດລ້ອມ, ຕ້ານການປ່ຽນແປງຂອງດິນຟ້າອາກາດ. ງານວາງສະແດງຮູບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານໃນປະຊາຄົມ ອາຊຽນ ປີ 2018 ແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງປະຊາຊົນບັນດາປະເທດ ອາຊຽນ. ພ້ອມທັງ ງານວາງສະແດງກໍ່ແມ່ນໂອກາດເພື່ອໃຫ້ແຂວງ ກາວບັງ ໄດ້ແນະນຳໃຫ້ເພື່ອນມິດສາກົນກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງໃນການພັດທະນາເສດຖະກິດ - ສັງຄົມຂອງແຂວງ.

ຕອບກັບ