ງານ​ວາງສະ​ແດງ​ພາບ​ຖ່າຍ ສະ​ເຫຼີມສະຫຼອງ 25 ປີ ​ແຫ່ງ​ວັນ​ສ້າງ​ການ​ພົວພັນ​ທາງ​ການ​ທູດ ລະຫວ່າງ​ ອ​​າ​ເມ​ລິ​ກາ ​ແລະ ຫວຽດນາມ ​ເປັນ​ປົກກະຕິ

Chia sẻ
(VOVWORLD) -   ວັນທີ 11 ກໍລະກົດ, ຢູ່ນະຄອນດົງຮ່າ, ແຂວງກວ໋າງຈິຂອງຫວຽນນາມ ໄດ້ຈັດຕັ້ງພິທີໄຂງານວາງສະແດງພາບຖ່າຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງການພົວພັນທາງການທູດລະຫວ່່າງຫວຽດນາມ - ອາເມລິກາ ເປັນປົກກະຕິ (12/07/1995 – 12/07/2020).
ງານ​ວາງສະ​ແດງ​ພາບ​ຖ່າຍ ສະ​ເຫຼີມສະຫຼອງ  25 ປີ ​ແຫ່ງ​ວັນ​ສ້າງ​ການ​ພົວພັນ​ທາງ​ການ​ທູດ ລະຫວ່າງ​ ອ​​າ​ເມ​ລິ​ກາ ​ແລະ ຫວຽດນາມ ​ເປັນ​ປົກກະຕິ - ảnh 1 ພິທີຕັດແຖບຜ້າໄຂງານວາງສະແດງ (ພາບ: TTXVN)

      ງານວາງສະແດງດັ່່ງກ່າວ ໄດ້ວາງສະແດງພາບຖ່າຍ 50 ແຜ່ນ ເຊິ່ງໄດ້ບັນທຶກໄວ້ໃນຈຸດເວລາຕ່າງໆ, ເຫດການທີ່ພົ້ນເດັ່ນກ່ຽວກັບການພົວພັນມິດຕະພາບ, ການຮ່ວມມືລະຫວ່າງຫວຽດນາມ - ອາເມລິກາ ເວົ້າລວມ, ລະຫວ່່າງແຂວງ ກວ໋າງຈິ ກັບ ບັນດາຄູ່ຮ່ວມມື ອາເມລິກາ ເວົ້າສະເພາະ ໃນຕະຫຼອດ 25 ປີ ຜ່ານມາ.  ກວ໋າງຈິ ແມ່ນທ້ອງຖິ່ນທໍາອິດ ຂອງຫວຽດນາມ ທີ່ມີການຈັດຕັ້ງງານວາງສະແດງພາບຖ່າຍ ເນື່ອງໃນໂອກາດສະເຫຼີມສະຫຼອງ  25 ປີ ແຫ່ງວັນສ້າງການພົວພັນທາງການທູດ ລະຫວ່່າງຫວຽດນາມ - ອາເມລິກາ ເປັນປົກກະຕິ.

ຕອບກັບ