ງານວາງສະແດງຜົນງານ ເສດຖະກິດ-ວັດທະ ນະທຳ-ສັງຄົມຮ່າໂນ້ຍ

Chia sẻ

ງານວາງສະແດງຜົນງານເສດຖະກິດ-​ວັດທະນະທຳ-​ສັງຄົມຂອງ​​ໄລຍະ 60 ປີແຫ່ງການສ້າງສາແລະ ພັດທະນານະຄອນຫຼວງຮ່າໂນ້ຍ


ງານວາງສະແດງຜົນງານ ເສດຖະກິດ-ວັດທະ ນະທຳ-ສັງຄົມຮ່າໂນ້ຍ  - ảnh 1
(ພາບ: Văn Cảnh/Vietnam+ )

(vovworld) –​​ ຂ່ຳນັບ​ຮັບ​ຕ້ອນ 60 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ນະຄອນຫຼວງ (10/10/1954-10/10/2014), ຕອນ​ເຊົ້າວັນ​ທີ 4/10, ຢູ່​ຫໍພິພິຕະພັນ​ຮ່າ​ໂນ້ຍ, ​ໄດ້ຈັດງານວາງສະແດງຜົນງານເສດຖະກິດ-​ວັດທະນະທຳ-​ສັງຄົມຂອງ​​ໄລຍະ 60 ປີແຫ່ງການສ້າງສາແລະ ພັດທະນານະຄອນຫຼວງຮ່າໂນ້ຍ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ທ່ານ​ຫວຸ້ດຶດດາມ ຮອງ​ນາຍົກລັດຖະມົນຕີ, ທ່ານ​ຟ້າ​ມກວາງ​ງິ້, ເລຂາ​ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ.

​  ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ຫງວຽນ​ເທ​ຖາວ, ປະທານ​ຄະນະ​ກຳມະການ ປຊຊ ນະຄອນ​ຮ່​ໂນ້ຍ ​ເນັ້ນໜັກ​ວ່າ:

  “ງານວາງສະແດງໄດ້ແນະນຳບັນດາຜົນງານທີ່ພົ້ນເດັ່ນຂອງຮ່າໂນ້ຍຜ່ານ 60 ປີແຫ່ງການສ້າງສາແລະ ພັດທະນາ, ປຸກລຸກຄວາມເອກອ້າງທະນົງໃຈກ່ຽວກັບນະຄອນຫຼວງແຫ່ງວິລະຊົນ, ນະຄອນເພື່ອສັນຕິພາບ ພ້ອມທັງໂຄສະນາບັນດາຄວາມສາມາດບົ່ມຊ້ອນໃນການພັດທະນາ, ​ໂຄສະນາບັນດາເຄື່ອງໝາຍການຄ້າ, ຊຸກຍູ້ການເຄື່ອນໄຫວສົ່ງເສີມການລົງທຶນ, ການຄ້າແລະ ການທ່ອງທ່ຽວ“./.