ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດ ອາຊຽນ 2020

Minh Duc
Chia sẻ
(VOVWORLD) - ຕອນບ່າຍວັນທີ 21 ຕຸລາ, ທີ່ຫໍພິພິທະພັນປະຫວັດສາດ, ເຮືອນເລກທີ 1, ຖະໜົນ ຈ່າງຕ່ຽນ, ຮ່າໂນ້ຍ ໄດ້ໄຂງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດ ອາຊຽນ 2020. 

ເຂົ້າຮ່ວມງານວາງສະແດງດັ່ງກ່າວ ມີທ່ານ ຕ້າກວາງດົງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ; ທ່ານ ຫງວຽນກວັກຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ພ້ອມດ້ວຍບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າສະຖານທູດບັນດາປະເທດ ອາຊຽນ ປະຈຳ ຫວຽດນາມ ແລະ ແຂກຖືກເຊີນເປັນຈຳນວນຫລວງຫລາຍ.

ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດ ອາຊຽນ 2020 - ảnh 1 ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດ ອາຊຽນ 2020 (ພາບ: ມິງດຶກ/VOV5)

        ທີ່ງານວາງສະແດງ, ບັນດາປະເທດສະມາຊິກ ອາຊຽນ: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປີນ, ສິງກະໂປ, ໄທ ແລະ ຫວຽດນາມ ໄດ້ແນະນຳ, ໂຄສະນາບັນດາຊຸດອາພອນປະຈຳຊາດທີ່ເປັນເອກະລັກສະເພາະຂອງປະເທດຕົນ. ນອກນັ້ນ, ຢູ່ແຕ່ລະເຂດວາງສະແດງ ລ້ວນແຕ່ຕິດປ້າຍອະທິບາຍຊຸດອາພອນດ້ວຍພາສາ ຫວຽດນາມ - ອັງກິດ ແລະ ວາງສະແດງບັນດາຮູບພາບກ່ຽວກັບທິວທັດທຳມະຊາດ, ວັດທະນະທຳ, ປະເທດຊາດ ແລະ ປະຊາຊົນ ເພື່ອຊ່ວຍໃຫ້ຜູ້ຊົມມີຄວາມເຂົ້າໃຈຕື່ມອີກ ກ່ຽວກັບວັດທະນະທຳທີ່ເປັນມູນເຊື້ອຂອງບັນດາປະເທດ ອາຊຽນ. ທ່ານ ໝ໋າເຖ໊ແອັງ, ຮອງຫົວໜ້າກົມວິຈິດສິນ, ຖ່າຍຮູບ ແລະ ງານວາງສະແດງ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ) ໃຫ້ຮູ້ວ່າ:

        “ໂດຍຜ່ານງານວາງສະແດງຊຸດອາພອນປະຈຳຊາດຂອງບັນດາປະເທດ ອາຊຽນ, ບັນດາຜູ້ຊົມ ຫວຽດນາມ ກໍ່ຄືສາກົນ ຈະມີຄວາມເຂົ້າໃຈກ່ວາອີກ ກ່ຽວກັບຊຸດອາພອນດັ່ງກ່າວ. ງານວາງສະແດງໃນຄັ້ງນີ້ ແນໃສ່ຊ່ວຍໃຫ້ຜູ້ຊົມ ມີຄວາມເຂົ້າໃຈກ່ຽວກັບຊຸດອາພອນປະຈຳວັນຂອງແຕ່ລະປະເທດຄື ປະເທດ ລາວ, ບຣູໄນ, ເສື້ອຍາວຂອງ ຫວຽດນາມ…ຈຸດພົ້ນເດັ່ນຂອງງານວາງສະແດງ ແມ່ນມຸ່ງໄປເຖິງການສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງປະຊາຄົມ ອາຊຽນ (2015 - 2020).

        ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດ ອາຊຽນ 2020 ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສົມທົບກັບສະຖານທູດບັນດາປະເທດ ອາຊຽນ ຈັດຕັ້ງ ເຊິ່ງໄດ້ດຳເນີນແຕ່ວັນທີ 21 – 28 ຕຸລາ.

ຕອບກັບ