ງານວາງສະແດງ “ຮວ່າງຊາ, ເຈື່ອງຊາ ຂອງຫວຽດນາມ - ບັນດາຫຼັກຖານທາງດ້ານປະຫວັດສາດ ແລະ ນິຕິທໍາ” ຢູ່ແຂວງຮ່ານາມ

Chia sẻ
(VOVWORLD) -  ງານວາງສະແດງຈະດໍາເນີນຮອດທ້າຍວັນທີ 01 ພະຈິກ 2019 ຈຶ່ງອັດລົງ. 
ງານວາງສະແດງ “ຮວ່າງຊາ, ເຈື່ອງຊາ ຂອງຫວຽດນາມ - ບັນດາຫຼັກຖານທາງດ້ານປະຫວັດສາດ ແລະ ນິຕິທໍາ” ຢູ່ແຂວງຮ່ານາມ - ảnh 1 ງານວາງສະແດງຖືກຈັດຂຶ້ນຢູ່ໂຮງຮຽນມັດທະຍົມຕອນປາຍ ບຽນຮວ່າ (ພາບ: TTXVN)

  ວັນທີ 21 ຕຸລາ, ຢູ່ໂຮງຮຽນມັດທະຍົມຕອນປາຍ ບຽນຮວ່າ, ພະແນກສຶກສາ ແລະ ບໍາລຸງສ້າງ ໄດ້ສົມທົບກັບພະແນກວັດທະນະທໍາ, ກິລາ ແລະ ທ່ອງທ່ຽວແຂວງ ຮ່ານາມ ຈັດຕັ້ງພິທີໄຂ ງານວາງສະແດງແຜນທີ່, ວັດຖຸເອກະສານຕ່າງໆ ດ້ວຍຫົວຂໍ້ “ຮວ່າງຊາ, ເຈື່ອງຊາຂອງຫວຽດນາມ - ບັນດາຫຼັກຖານທາງດ້ານປະຫວັດສາດ ແລະ ນິຕິທໍາ”.

        ງານວາງສະແດງດັ່ງກ່າວ ໄດ້ວາງສະແດງຊຸດແຜນທີ່ເກືອບ 200 ແຜ່ນ, ເອກະສານປະຫວັດສາດອັນລໍ້າຄ່າກ່ຽວກັບເຈື່ອງຊາ, ຮວ່າງຊາ ແລະ ງານສະແດງດີຈີຕອນ 3D... ນັ້ນແມ່ນບັນດາຮູບຖ່າຍ, ເອກະສານຄື: ຊຸດ Album ແຜນທີ່, Atlas ຢັ້ງຢືນອະທິປະໄຕຂອງຫວຽດນາມ ໂດຍສະໄໝສັກດິນາ ລາດຊະວົງເລ, ຈິ້ງ, ຫງວຽນ ປະກາດໃນ ນັບແຕ່ເມື່ອສະຕະວັດທີ 16 – 19 ທີ່ກ່ຽວຂ້ອງໂດຍກົງເຖິງບັນຫາຂຸດຄົ້ນ, ຄຸ້ມຄອງ, ກໍານົດ ແລະ ປະຕິບັດອະທິປະໄຕ ສໍາລັບ 2 ໝຼູ່ເກາະ ເຈື່ອງຊາ ແລະ ຮວ່າງຊາ...

        ງານວາງສະແດງຈະດໍາເນີນຮອດທ້າຍວັນທີ 01 ພະຈິກ 2019 ຈຶ່ງອັດລົງ. 

ຕອບກັບ