ງານວາງສະແດງ “ 45 ປີ ແຫ່ງການປະຕິບັດພິໄນກຳຂອງປະທານໂຮ່ຈິມິນ”

Chia sẻ
(vovworld)-​​​ ງານ​ວາງ​ສະ​ແດງ​ “ 45 ປີ ແຫ່ງການ​ປະ​ຕິ​ບັດ​ພິ​ໄນ​ກຳຂອງ​ປະ​ທານ​ໂຮ່​ຈິ​ມິນ”ໂດຍ​ຫໍ​ພິ​ພິ​ຕະ​ພັນໂຮ່​ຈິ​ມິນ, ກົມ​ສຳ​ເນົາ​ເອ​ກະ​ສານ​ຫ້ອງວ່າ​ການ​ສູນ​ກາງ​ພັກ ແລະ ສະ​ຖາ​ບັນ​ໂຄ​ສະ​ນາ​-ຂ່າວ​ສານ ​ສົມ​ທົບ​ກັນ​ຈັດ​ຕັ້ງ
ງານວາງສະແດງ “ 45 ປີ ແຫ່ງການປະຕິບັດພິໄນກຳຂອງປະທານໂຮ່ຈິມິນ” - ảnh 1
ງານ​ວາງ​ສະ​ແດງ “ 45 ປີ ແຫ່ງການ​ປະ​ຕິ​ບັດ​ພິ​ໄນ​ກຳຂອງ​ປະ​ທານ​ໂຮ່​ຈິ​ມິນ”
(ພາບ: hanoimoi.com.vn)

(vovworld)-​​​ ຕອນ​ເຊົ້າວັນ​ທີ 29/8, ຢູ່​ຮ່າ​ໂນ້ຍ, ທ່ານ​ເລ​ຮົ່ງ​ແອງ ຜູ້​ປະ​ຈຳ​ການ​ຄະ​ນະ​​ເລ​ຂາ​ສູນ​ກາງ​ພັກ ໄດ້​ເຂົ້າ​ຮ່ວມ ແລະ ​ຕັດ​ແຖບ​ຜ້າ​ເປີດ​ສະຫຼອງ​ງານ​ວາງ​ສະ​ແດງ​ “ 45 ປີ ແຫ່ງການ​ປະ​ຕິ​ບັດ​ພິ​ໄນ​ກຳຂອງ​ປະ​ທານ​ໂຮ່​ຈິ​ມິນ”ໂດຍ​ຫໍ​ພິ​ພິ​ຕະ​ພັນໂຮ່​ຈິ​ມິນ, ກົມ​ສຳ​ເນົາ​ເອ​ກະ​ສານ​ຫ້ອງວ່າ​ການ​ສູນ​ກາງ​ພັກ ແລະ ສະ​ຖາ​ບັນ​ໂຄ​ສະ​ນາ​-ຂ່າວ​ສານ ​ສົມ​ທົບ​ກັນ​ຈັດ​ຕັ້ງ ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 69 ປີ​ແຫ່ງ​ການປະ​ຕິ​ວັດ​ເດືອນ​ສິງ​ຫາ, ວັນ​ຊາດ​ຫວຽດ​ນາມ 2/9 ແລະ 45 ປີທີ່ທົ່ວ​ພັກ, ທົ່ວ​ປວງ​ຊົນ ແລະ ທົ່ວກອງ​ທັບ​​ປະ​ຕິ​ບັດພິ​ໄນ​ກຳຂອງ​ປະ​ທານ​ໂຮ່​ຈິ​ມິນ (1969-2014). ງານ​ວາງ​ສະ​ແດງ​ໄດ້​ແນະ​ນຳ​ເຖິງມະ​ຫາ​ຊົນ​ພາບ​ຖ່າຍ, ເອ​ກະ​ສານ ແລະ ວັດ​ຖຸ​​ພັນ​ເກືອບ 200ຢ່າງ ດ້ວຍ 2 ເນື້ອ​ໃນ​ຕົ້ນ​ຕ​​ໍຄື: ພິ​ໄນ​ກຳ​ຂອງ​ປະ​ທານ​ໂຮ່​ຈິ​ມິນ ແລະ 45 ປີ​ແຫ່ງ​ການ​ປະ​ຕິ​ບັດພິ​ໄນ​ກຳຂອງ​ປະ​ທານ​ໂຮ່​ຈິ​ມິນ.