ງານມະໂຫລານຮູບເງົາຄັ້ງນີ້ ມີການເຂົ້າຮ່ວມຂອງຮູບເງົາເອກະສານດີເດັ່ນ 25 ເລື່ອງ, ໃນນັ້ນ 10 ເລື່ອງແມ່ນຂອງບັນດາປະເທດ ໂອຕາລິດ, ຝຣັ່ງ, ແບນຊິກ, ເຢຍລະມັນ, ແອັດສະປາຍ, ສະວິດ, ແດນມາກ, ເຊັກໂກ, ອັງກິດ, ອິດສະລາແອັນ ແລະ 15 ເລື່ອງແມ່ນຂອງ ຫວຽດນາມ. ທ່ານ ຈິ້ງກວາງຕູ່ງ, ຮອງຜູ້ອຳນວຍການໃຫຍ່ຮັບຜິດຊອບດ້ານສິລະປະບໍລິສັດຮູບເງົາເອກະສານ ແລະ ວິທະຍາສາດສູນກາງໃຫ້ຮູ້ວ່າ:
ພິເສດແມ່ນໃນໂອກາດນີ້, ພວກຂ້າພະເຈົ້າພວມລໍຖ້າຮູບເງົາກ່ຽວກັບທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ, ເຊິ່ງແມ່ນຮູບເງົາກ່ຽວກັບນັກການເມືອງຍິງ ທີ່ພວມຮັກສາດຳລົງຕຳແໜ່ງ ພວກເຮົາຈະຮັບເອົາຮູບເງົານັ້ນ ເພື່ອຊອກຮູ້ກ່ຽວກັບວິທີສຳຜັດ ຫຼື ເລົ່າເລື່ອງກ່ຽວກັບປະມຸກລັດຄືແນວໃດ. ນີ້ອາດເວົ້າໄດ້ວ່າ ແມ່ນຈຸດໃໝ່ໃນງານມະໂຫລານຮູບເງົາຄັ້ງນີ້.