ງານມະໂຫລານວາງສະແດງບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ

Chia sẻ
(VOVWORLD) - ງານມະໂຫລານວາງສະແດງບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດຈະດຳເນີນໃນລະຫວ່າງວັນທີ 14 – 16 ມິຖຸນາ ຢູ່ ຍາຈາງ ແຂວງ ແຄ໊ງຮ່ວາ. 

ນີ້ແມ່ນລາຍການນອນໃນລະບົບບັນດາການເຄື່ອນໄຫວຂອງປີທ່ອງທ່ຽວແຫ່ງຊາດ 2019 ຢູ່ ແຄ໊ງຮ່ວາ ດ້ວຍຫົວຂໍ້ວ່າ “ຍາຈາງ - ສີສັນຂອງທະເລ”.

        ງານມະໂຫລານໂດຍກົມວັດທະນະທຳຮາກຖານ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ) ສົມທົບກັນພະແນກວັດທະນະທຳ ແລະ ກິລາ ແຄ໊ງຮ່ວາ ຈັດຕັ້ງ, ເພື່ອປະກອບສ່ວນໂຄສະນາ, ແນະນຳບັນດາຄວາມງາມທາງດ້ານວັດທະນະທຳພື້ນເມືອງຂອງປະເທດຊາດ ເຊິ່ງໄດ້ຮັບການຮັບຮູ້, ຕີລາຄາສູງຈາກເພື່ອນມິດສາກົນ.

ຕອບກັບ