ງານ​ມະ​ຫາ​ກຳ​ສົ່ງ​ເສີມ​ການ​ຄ້າ ແລະ ແລກ​ປ່ຽນ​ວັດ​ທະ​ນະ​ທຳ ລະ​ຫວ່າງ ຫວຽດ​ນາມ - ລາວ

Chia sẻ
(VOVWORLD) -  ບັນດາຜູ້ແທນໄດ້ຮັບຊົມບັນດາລາຍການສະແດງສິລະປະ ທີ່ພົ້ນເດັ່ນຂອງ 2 ຊາດ ຫວຽດນາມ ແລະ ລາວ, ພ້ອມກັນຢ້ຽມຊົມຮ້ານວາງສະແດງໜັງສືຫວຽດເດີມ, ຜະລິດຕະພັນ, ສິນຄ້າຂອງ ສອງປະເທດ.
ງານ​ມະ​ຫາ​ກຳ​ສົ່ງ​ເສີມ​ການ​ຄ້າ ແລະ ແລກ​ປ່ຽນ​ວັດ​ທະ​ນະ​ທຳ ລະ​ຫວ່າງ ຫວຽດ​ນາມ - ລາວ - ảnh 1

ຕອນເຊົ້າວັນທີ 17 ເມສາ, ຢູ່ສູນວັດທະນະທຳ ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ (ລາວ), ໄດ້ດຳເນີນງານມະຫາກຳສົ່ງເສີມການຄ້າ ແລະ ແລກປ່ຽນວັດທະນະທຳ ລະຫວ່າງ ຫວຽດນາມ - ລາວ ໂດຍສະພາປະສານງານ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ສົມທົບກັບສະມາຄົມວິສາຫະກິດ ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ ແລະ ສູນວັດທະນະທຳ ຫວຽດນາມ ຢູ່ລາວ ຈັດຂຶ້ນ. ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ໂຄສະນາ ແລະ ເຜີຍແຜ່ບັນດາຮູບພາບ, ວັດທະນະທຳດີເດັ່ນຂອງ ຫວຽດນາມ ໄປຍັງປະຊາຊົນຊາວຫວຽດນາມ ເປັນຈຳນວນຫຼາຍ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ນະຄອນຫຼວງ ວຽງຈັນ ກໍ່ຄື ປະຊາຊົນລາວ.

ນະທີ່ນີ້, ບັນດາຜູ້ແທນໄດ້ຮັບຊົມບັນດາລາຍການສະແດງສິລະປະ ທີ່ພົ້ນເດັ່ນຂອງ 2 ຊາດ ຫວຽດນາມ ແລະ ລາວ, ພ້ອມກັນຢ້ຽມຊົມຮ້ານວາງສະແດງໜັງສືຫວຽດເດີມ, ຜະລິດຕະພັນ, ສິນຄ້າຂອງ ສອງປະເທດ, ຊອກຫາສະຖານທີ່ແນະນຳຮຽນພາສາຫວຽດ ບົນພື້ນຖານທາງໄກ ແລະ ຮັບປະທານອາຫານ ຫວຽດ.

ຕອບກັບ