ງານພົບປະແລກປ່ຽນມິດຕະພາບເຂດຊາຍແດນ ຫວຽດນາມ -ລາວແຕ່ວັນທີ 22-24 ກໍລະກົດ

Chia sẻ
(VOVWORLD) - ງານພົບປະແລກປ່ຽນມິດຕະພາບເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 1 ໂດຍກອງບັນຊາການທະຫານປ້ອງກັນຊາຍແດນຈັດຕັ້ງໃນລະຫວ່າງວັນທີ 22 -24 ກໍລະກົດ, ຢູ່ແຂວງ ເຊີນລາ. 
ງານພົບປະແລກປ່ຽນມິດຕະພາບເຂດຊາຍແດນ ຫວຽດນາມ -ລາວແຕ່ວັນທີ 22-24 ກໍລະກົດ - ảnh 1ພົນຈັດຕະວາ ຫງວຽນຕ໋ຽນຖັງ, ຫົວໜ້າດ້ານການເມືອງ ທະຫານປ້ອງກັນຊາຍແດນ ກ່າວຄຳເຫັນທີ່ການພົບປະ 

ດ້ວຍຫົວຂໍ້ວ່າ: “ງານພົບປະແລກປ່ຽນມິດຕະພາບເຂດຊາຍແດນລະຫວ່າງ ກອງບັນຊາການທະຫານປ້ອງກັນຊາຍແດນກັບກົມທະຫານປ້ອງກັນຊາຍແດນ - ກະຊວງປ້ອງກັນຄວາມສະຫງົບລາວ”, ລາຍງານເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ, ມິດຕະພາບລະຫວ່າງອຳນາດການປົກຄອງ, ປະຊາຊົນ ແລະ ກຳລັງປ້ອງກັນຊາຍແດນ 2 ປະເທດ ຫວຽດນາມ -ລາວ, ຍູ້ແຮງການພົວພັນສົມທົບກັນຄຸ້ມຄອງປົກປັກຮັກສາເຂດຊາຍແດນ, ກວດກາການເຂົ້າ - ອອກເມືອງ, ຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳ ລະຫວ່າງກຳລັງປ້ອງກັນຊາຍແດນ 2 ປະເທດ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ. ກ່າວຄຳເຫັນທີ່ການປະຊຸມຂ່າວກ່ຽວກັບເຫດການນີ້, ພົນຈັດຕະວາ ຫງວຽນຕ໋ຽນຖັງ, ຫົວໜ້າດ້ານການເມືອງ ທະຫານປ້ອງກັນຊາຍແດນ, ໃຫ້ຮູ້ວ່າ:

        “ເນື່ອງໃນໂອກາດນີ້, ກອງບັນຊາການທະຫານປ້ອງກັນຊາຍແດນຕົກລົງມອບງົວພັນໃຫ້ພໍ່ແມ່ປະຊາຊົນທີ່ທຸກຍາກຢູ່ເຂດຊາຍແດນ 2 ປະເທດ. ຕາມນັ້ນແລ້ວ, ມອບງົວ 100 ໂຕໃຫ້ພໍ່ແມ່ປະຊາຊົນທຸກຍາກ ແລະ ບັນດາເປົ້າໝາຍນະໂຍບາຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ເຂດຊາຍແດນ ໂມກເຈົາ, ເຊີນລາ. ຝ່າຍ ຫວຽດນາມ 50 ໂຕ, ຝ່າຍລາວ 50 ໂຕ.”

ຕອບກັບ