ງານບຸນສະແດງຊຸດເສື້ອຍາວ ເຫ້ວ 2023: ເລື່ອງລາວຈາກແມ່ນຳ້

Chia sẻ
(VOVWORLD) - ການເຄື່ອນໄຫວເພື່ອແນໃສ່ປ່ຽນໃໝ່, ຍົກສູງຄຸນນະພາບສິລະປະ ແລະ ນຳງານບຸນສະແດງຊຸດເສື້ອຍາວ ເຫ້ວ ກາຍເປັນລາຍການສິລະປະທີ່ເປັນເອກະລັກສະເພາະຂອງ ເທື່ອທຽນ - ເຫ້ວ ເພື່ອຮັບໃຊ້ແຂກທ່ອງທ່ຽວ ແລະ ມະຫາຊົນເທື່ອລະກ້າວ. 
ງານບຸນສະແດງຊຸດເສື້ອຍາວ ເຫ້ວ 2023: ເລື່ອງລາວຈາກແມ່ນຳ້ - ảnh 1ການສະແດງຊຸດເສື້ອຍາວທີ່ລາຍການ
(ພາບ:VOV)

ຕອນຄຳ່ວັນທີ 12 ສິງຫາ, ຢູ່ນະຄອນ ເຫ້ວ, ຄະນະຈັດຕັ້ງ Festival ເຫ້ວ 2023 ໄດ້ຈັດງານບຸນສະແດງ ຊຸດເສື້ອຍາວ ເຫ້ວ 2023 ເຫ້ວ 2023 ດ້ວຍຫົວຂໍ້ວ່າ “ເລື່ອງລາວຈາກແມ່ນຳ້” .

ການເຄື່ອນໄຫວເພື່ອແນໃສ່ປ່ຽນໃໝ່, ຍົກສູງຄຸນນະພາບສິລະປະ ແລະ ນຳງານບຸນສະແດງຊຸດເສື້ອຍາວ ເຫ້ວ ກາຍເປັນລາຍການສິລະປະທີ່ເປັນເອກະລັກສະເພາະຂອງ ເທື່ອທຽນ - ເຫ້ວ ເພື່ອຮັບໃຊ້ແຂກທ່ອງທ່ຽວ ແລະ ມະຫາຊົນເທື່ອລະກ້າວ. ງານບຸນແມ່ນລາຍການສິລະປະດ້ວຍຫຼາຍການສະແດງຊຸດອາພອນ, ຟ້ອນລຳທຳເພງທີ່ເປັນເອກະລັກສະເພາະ   ຊື່ງໄດ້ “ເລົ່າເລື່ອງ” ແມ່ນຳ້ເຮືອງ.

ງານບຸນສະແດງຊຸດເສື້ອຍາວ ເຫ້ວ ໄດ້ຈັດຂຶ້ນເປັນຄັ້ງທຳອິດໃນປີ 2000; ແມ່ນງານບຸນສະແດງຊຸດເສື້ອຍາວທຳອິດຢູ່ ຫວຽດນາມ, ອັນໄດ້ຂີດໝາຍຢ່າງເລິກເຊິ່ງໃນໝູ່ມະຫາຊົນທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດ, ຜ່ານນັ້ນ, ໄດ້ເຊີດຊູ, ອະນຸລັກຮັກສາ, ພັດທະນາ ແລະ ໂຄສະນາຊຸດເສື້ອຍາວທີ່ເປັນມູນເຊື້ອຂອງ ຫວຽດນາມ ເວົ້າລວມ, ຊຸດເສື້ອຍາວຂອງ ເຫ້ວ ເວົ້າສະເພາະ.

ຕອບກັບ