ງານບຸນ ຊາປາ ດຶງດູດແຂກ ເຂົ້າຮ່ວມກ່ວາ 33.000 ຄົນ

Chia sẻ
ສັບປະດາ​ການທ່ອງທ່ຽວ​ງານ​ບຸນ​ ຊາ​ປາ ປີ 2013 ຖືກ​ອັດ​ລົງ​ດ້ວຍ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ ຊາ​ປາ, ​ໄດ້ດຶງ​ດູດ​ແຂກ​ທ່ອງ​ທ່ຽວເຂົ້າ​ຮ່ວມ​ກ່ວາ 33.000 ​ເທື່ອ​ຄົນ ​ແລະ ສ້າງ​ຄວາມ​ປະ​ທັບ​​ໃຈຢ່າງ​​​ເລິກ​ເຊິ່ງໃຫ້​​ແກ່ແຂກ​ທ່ອງ​ທ່ຽວ
ງານບຸນ ຊາປາ ດຶງດູດແຂກ ເຂົ້າຮ່ວມກ່ວາ 33.000 ຄົນ - ảnh 1
 ມີ​ແຂກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ມາເຂົ້າຮ່ວມງານບຸນ ຊາປາ ເປັນຈຳນວນຫຼວງຫຼາຍ
(ພາບ: Thanh Hà/TTXVN)

(vovworld) – ສັບປະດາ​ການທ່ອງທ່ຽວ​ງານ​ບຸນ​ ຊາ​ປາ ປີ 2013 ຖືກ​ອັດ​ລົງ​ດ້ວຍ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ ຊາ​ປາ, ​ໄດ້ດຶງ​ດູດ​ແຂກ​ທ່ອງ​ທ່ຽວເຂົ້າ​ຮ່ວມ​ກ່ວາ 33.000 ​ເທື່ອ​ຄົນ ​ແລະ ສ້າງ​ຄວາມ​ປະ​ທັບ​​ໃຈຢ່າງ​​​ເລິກ​ເຊິ່ງໃຫ້​​ແກ່ແຂກ​ທ່ອງ​ທ່ຽວ. ປີ​ນີ້, ​ແຂກ​ທ່ອງ​ທ່ຽວ​ມາ ຊາ​ປາ​ຫຼາຍ​ກ່ວາປີ​ກ່າຍນີ້​ຍ້ອນ​ວ່າ​ວັນພັກ​ແກ່ຍາວ​ແຕ່ 30/4 ​​ເຖິງ 1/5. ສັບປະດາ​ການທ່ອງທ່ຽວ​ງານ​ບຸນ​ ຊາ​ປາ ປີ 2013 ຖືກ​ຈັດ​ຂຶ້ນ​​ແຕ່​ວັນ​ທີ 26/4 ຫາ​ວັນ​ທີ 5/5 ດ້ວຍ​ການ​ເຄື່ອນ​ໄຫວ​ວັດທະນະ​ທຳ​​ທີ່​ເປັນ​ເອກະ​ລັກສະ​ເພາະ​ຂອງ​ ຊາ​ປາ ຄື: ວັນ​ບຸນ​ວັດທະນະທຳພື້ນ​ເມືອງ ຊາ​ປາ, ບຸນ​ແຂ່ງຂັນ​ເປົ້າ​ແຄນ, ​ເປົ່າປີ່ຂອງ​ເຜົ່າ​ມົ້ງ ​ແລະ ຊຸດ​ອາພ​ອນປະຈຳ​ເຜົ່າ​ຕ່າງໆຢູ່​ເມືອງ ຊາ​ປາ, ​ຕະຫຼາດ​ແຫ່ງ​ຄວາມ​ຮັກ ຊາ​ປາ, ວັນ​ບຸນ​ວັດທະນະທຳ​ບ້ານ​ຊາວ​ເຜົ່າ​ມົ້ງ. ​ໃນ​ຈຳນວນ​ແຂກ​ທ່ອງ​ທ່ຽວ 33.000 ​ເທື່ອ​ຄົນ​ມາ​ເຂົ້າ​ຮ່ວມ​ສັບປະດາ​ການທ່ອງທ່ຽວ​ງານ​ບຸນ​ ຊາ​ປາ ປີ 2013, ມີ​ແຂກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ກ່ວາ 1.500 ​ເທື່ອ​ຄົນ.