ຄະນະເສດຖະກິດສູນກາງ ເຮັດວຽກກັບຄະນະ ຊີ້ນຳເຂດໄຕງວຽນ

Chia sẻ
(vovworld)-  ​ ຕອນ​ເຊົ້າວັນ​ທີ 19/8, ຢູ່​ນະຄ​ອນບວນມາ​ມວດ ​ແຂວງ​ດັກ​ລັກ, ຄະນະ​ເສດຖະກິດ​ສູນ​ກາງ ​ໄດ້ເຮັດ​ວຽກ​ກັບ​ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ

ຄະນະເສດຖະກິດສູນກາງ ເຮັດວຽກກັບຄະນະ ຊີ້ນຳເຂດໄຕງວຽນ - ảnh 1

(ພາບ:tapchitaichinh.vn)

(vovworld)-  ​ ຕອນ​ເຊົ້າວັນ​ທີ 19/8, ຢູ່​ນະຄ​ອນບວນມາ​ທວດ ​ແຂວງ​ດັກ​ລັກ, ຄະນະ​ເສດຖະກິດ​ສູນ​ກາງ ​ໄດ້ເຮັດ​ວຽກ​ກັບ​ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ ພາຍຫຼັງ 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ເລກທີ 26 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 10 ກ່ຽວ​ກັບ​ບັນຫາ​ກະສິກຳ-​ຊາວ​ກະສິກອນ-​ຊົນນະບົດ​ຢູ່​ບັນດາ​ແຂວງ​​ເຂດໄຕ​ງວຽນ. ຕາມ​ການ​ຕີ​ລາຄາ​ຂອງຄະນະ​ເສດຖະກິດ​ສູນ​ກາງ, ຊີວິດ​ກາ​ນ​ເປັນຢູ່​ຂອງ ປຊຊ ​ໃນ​ເຂດ​ໄຕ​ງວຽນ ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ ​ແຕ່​ເພື່ອ​ໃຫ້​ເຂດ​ໄຕ​ງວຽນ ມີ​ການ​ພັດທະນາ​ແບບ​ຍືນ​ຍົງ​ກ່ວາ​ອີກ, ຕອ້ງຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້ ​ແລະ ລະດັບ​ຄວາມ​ຮູ້​ດ້ານ​ວິທະຍາສາດ​ເພື່ອ​ພັດທະນາ​ການ​ຜະລິດ, ຮັກສາ​ຊີວິດ​ຂອງ ປຊຊ ​ເຂດ​ຊົນນະບົດເປັນ​ປົກກະຕິ​ຍາວ​ນານ.

   ພາຍຫຼັງ 5 ປີ​ໄດ້​ຜັນ​ຂະຫຍາຍມະຕິ​ເລກທີ 26 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 10 ກ່ຽວ​ກັບ​ບັນຫາ​ກະສິກຳ-​ຊາວ​ກະສິກອນ-​ຊົນນະບົດ, ​ເສດຖະກິດກະສິກຳ​ເຂດ​ໄຕ​ງວຽນ ​ໄດ້​ມີ​ການ​ຫັນປ່ຽນ​ຫຼາຍ​ພໍ​ສົມຄວນ. ມູນ​ຄ່າ​ການ​ຜະລິດ​ກະສິກຳ​ປີ 2012 ບັນລຸ​ເກືອບ 94.000 ຕື້​ດົ່ງ, ວຽກງານ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ​ໄດ້​ຮັບ​ການ​ຍູ້​ແຮງ. ​ໃນ 5 ປີຜ່ານມາ, ທົ່ວ​ເຂດ​ໄຕ​ງວຽນ ​ໄດ້​ໜູນ​ຊ່ວຍ ​ແລະ ກໍ່ສ້າງ​ເຮືອນ​ຢູ່​ເກືອບ 43.500 ຫຼັງ​ໃຫ້​ແກ່​ຄົນ​ທຸກ​ຍາກ, ຊາວ​ເຜົ່າ​ສ່ວນ​ໜ້ອຍ, ຄອບ​ໂຄ​ວນະ​ໂຍບາຍ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຄົນ​ງານ​ເກ​ືອບ 99.000 ຄົນ​ໃນ​ແຕ່ລະ​ປີ…